ໃນ 6 ເດືອນຕົ້ນປີ 2020, ປກສ ເມືອງຮຸນ ແຂວງອຸດົມໄຊ ສາມາດຢຶດ ແລະ ທ້ອນໂຮມ ອາວຸດລ່າເນື້ອ, ເຄື່ອງມືຫາປາ, ເຄື່ອງຈັກ
ຕັດໄມ້ ແລະ ບັນດາສິນຄ້າປອມ ລວມຫຼາຍລາຍການໄດ້ຈາກປະຊາຊົນ ຈຶ່ງໄດ້ນຳມາທຳລາຍຖິ້ມ ໃນວັນທີ 6 ພະຈິກ 2020.

ພັທ ບຸນຮັກ ໄຊຍະຕິ ຫົວໜ້າກອງບັນຊາການ ປກສ ເມືອງຮຸນ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຜ່ານມາ, ກຳລັງປ້ອງກັນຄວາມສະຫງົບສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະແມ່ນກວດຄົ້ນອາວຸດລ່າເນື້ອ, ເຄື່ອງຕັດໄມ້ ແລະ ບັນດາສິນ ຄ້າປອມແປງເຄື່ອງໝາຍການຄ້າຕ່າງໆທີ່ຜິດຕໍ່ລະບຽບກົດໝາຍ ໃນຈຳນວນ 94 ບ້ານທົ່ວເມືອງ; ຜ່ານການປະຕິບັດໜ້າທີ່ສາມາດຢຶດ ແລະ
ທ້ອນໂຮມອາວຸດລ່າເນື້ອ-ຫາປາທີ່ຜິດກົດໝາຍໄດ້ຈາກປະຊາຊົນ ຈໍານວນຫຼາຍລາຍການ ຄື: ປືນແກ໊ບ ຈຳນວນ 3.000 ກະບອກ, ປືນບວດ 1 ກະບອກ, ອາວຸດເສິກ 4 ກະບອກ ປືນ AK 2 ກະບອກ ແລະ CKC 2 ກະບອກ, ໝໍ້ຊ໋ອດປາຈຳນວນ 239 ເຄື່ອງ, ຈັກສະຕິນ ຈຳນວນ 119 ເຄື່ອງ, ສິນຄ້າປອມແປງເຄື່ອງໝາຍການຄ້າແຟັບຍີ ຫໍ້ໂປຼ ຈຳນວນ 206 ຖົງ ແລະ ນຳມາທຳລາຍຖິ້ມ. ທັງນີ້ ກໍເພື່ອສ້າງຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະ ຫງົບສຸກຂອງສັງຄົມເວົ້າລວມ ເວົ້າສະເພາະກໍຄືຂອງເມືອງຮຸນ; ນອກຈາກນີ້, ເຈົ້າໜ້າທີ່ຍັງໄດ້ສຶກສາອົບຮົມຜູ້ທີ່ກະທຳຜິດດັ່ງກ່າວ ຖ້າຫາກຍັງຝ່າຝືນອີກແມ່ນຈະໄດ້ດຳເນີນຕາມລະບຽບກົດໝາຍ.

ໃນພິທີ, ທ່ານ ບຸນທັນ ສຸພັດທອນຮອງເຈົ້າເມືອງໆຮຸນ ໄດ້ຍ້ອງຍໍ້ຊົມເຊີຍຕໍ່ເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງ ທີ່ສາມາດຈັດຕັ້ງປະຕິບັດວຽກງານໄດ້ສຳເລັດ ໂດຍສະເພາະແມ່ນການແກ້ໄຂບັນດາປະກົດການຫຍໍ້ທໍ້ພາຍໃນເມືອງໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ເນັ້ນໃຫ້ກຳລັງປ້ອງກັນຄວາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງສືບຕໍ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ເປັນປົກກະຕິ ເພື່ອເຮັດໃຫ້ເມືອງຮຸນເປັນເມືອງທີ່ມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ ແລະ ມີຄວາມຮຸ່ງເຮືອງສີວິໄລ.