ໃນອາທິດຜ່ານ, ກອງບັນຊາການ ປກສ ແຂວງຫຼວງນຳ້ທາ ໄດ້ມີພິທີມອບ-ຮັບໜ້າທີ່ຫົວໜ້າຫ້ອງການເມືອງ ປກສ ແຂວງຫຼວງນຳ້ທາ ລະຫວ່າງຜູ້ເກົ່າ-ຜູ້ໃໝ່; ເຂົ້າຮ່ວມໂດຍ ພັອ ຄໍາພັດ ພົມພິພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາ, ບັນ ຫາກົມ ກອງອ້ອມຂ້າງຄ້າຍ, ລປພ, ຕະຫຼອດຮອດພະນັກງານ-ນັກຮົບພາຍໃນຫ້ອງການເມືອງ ເຂົ້າຮ່ວມ.

ພັທ ອຸ່ນເຮືອນ ຮັກວັນນະວົງ ຫົວໜ້າຫ້ອງການເມືອງຜູ້ເກົ່າ ໄດ້ສັງລວມຫຍໍ້ກ່ຽວກັບບັນດາໜ້າວຽກໃນຂອບເຂດຄວາມຮັບຜິດຊອບໃນການຊີ້ນຳ-ນຳພາໃນໄລຍະ 5 ປີຜ່ານມາ, ໂດຍສະເພາະໃນຂົງເຂດວຽກງານການເມືອງ, ວຽກງານພະນັກງານ, ການນຳພາ-ບັນຊາວຽກງານວິຊາສະເພາະ ແລະອື່ນໆ; ຈາກນັ້ນ, ກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີລະຫວ່າງ ພັທ ອຸ່ນເຮືອນ ຮັກວັນນະວົງ ຫົວໜ້າຫ້ອງການເມືອງຜູ່ ເກົ່າ ແລະ ພັທ ບຸນຮັກ ເຍີມມະລີ ຫົວໜ້າຫ້ອງການເມືອງຜູ້ໃໝ່ຢ່າງເປັນທາງການ.

ໂອກາດດັ່ງກ່າວ, ພັອ ຄໍາພັດ ພົມ ພິພັກ ໄດ້ຮຽກຮ້ອງໃຫ້ຫົວໜ້າຫ້ອງການເມືອງຜູ້ໃໝ່ ຈົ່ງສືບຕໍ່ປັບປຸງບູລະນະກົງຈັກການຈັດຕັ້ງໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ມີແບບແຜນທີທັນສະໄໝເທື່ອລະກ້າວ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ວັນທີ 10 ພະຈິກ 2020, ໄດ້ມີພິທີມອບ-ຮັບຫົວໜ້າຫ້ອງພະລາທິການ ປກສ ແຂວງ ລະຫວ່າງ ພັທ ນາງ ດາລີວອນ ສີນວົງສາ ຫົວໜ້າຫ້ອງພາລາທິການຜູ່ເກົ່າ ແລະ ພັທ ອຸ່ນເຮືອນ ຮັກວັນນະວົງ ຫົວໜ້າຫ້ອງພະລາທິການຜູ້ໃໝ່; ໂດຍການເຂົ້າຮ່ວມ ເປັນປະທານຂອງ ພັທ ຄຳຕຸ່ນ ບຸນລຽນຂັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ, ຄະນະກອງບັນຊາຕະຫຼອດຮອດພະນັກງານ-ນັກຮົບພາຍໃນຫ້ອງພະລາທິການ ເຂົ້າຮ່ວມເປັນສັກຂີພະຍານ.