ໃນອາທິດຜ່ານມາ, ກອງຕໍາຫຼວດຈາລະຈອນ ປກສ ເມືອງລອງ ແຂວງຫຼວງນ້ຳທາ ໄດ້ສຶກສາ ອົບຮົມກຸ່ມໄວລຸ້ນດັດແປງສະພາບເຕັກນິກລົດ ແລະ ຂັບຂີ່ລົດກວນເມືອງ ທີ່ລະເມີດລະ ບຽບການສັນຈອນຕາມຖະໜົນຫຼວງ. ເຂົ້າຮ່ວມໂດຍ ພັທ ສຸດສະດີ ທອງພູມີ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງ, ພ້ອມທັງຄະນະກອງຈະລາຈອນ, ຜູ້ຖືກສຶກສາອົບຮົມ, ພໍ່-ແມ່ຜູ່ປົກຄອງ ແລະ ອຳນາດການປົກຄອງບ້ານ.

ຮທ ແກ້ວອໍາພັນ ພັນວົງສາ ຫົວໜ້າໜ່ວຍງານກອງຈະລາຈອນ ໄດ້ອະທິບາຍກ່ຽວກັບກົດ ລະບຽບ, ຂໍ້ຫ້າມຕ່າງໆຂອງການການສັນຈອນຕາມທ້ອງຖະໜົນຕໍ່ກຸ່ມໄວລຸ້ນທີ່ຖືກສຶກສາອົບຮົມ ຈຳນວນ 13 ຄົນ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບການຕ່າງໆ. ພາຫະນະທີ່ຖືກດັດແປງສະພາບເຕັກນິກ ແລະ ໃຊ້ຂັບຂີ່ລົດກວນເມືອງມີລົດຈັກ ຈຳນວນ 10 ຄັນ, ສ່ວນຫຼາຍແມ່ນລົດທີ່ຖືກດັດແປງສະພາບ ເຊັ່ນ: ປ່ຽນຖ່າຍລະບົບທໍ່ຄວັນ(ທໍ່ສູດ), ລະບົບແກ່, ລະບົບລໍ້, ລະບົບຮ່າງລົດ, ລະບົບໄຟ ແລະອື່ນໆ ທີ່ບໍ່ຖືກຕ້ອງ ແລະ ບໍ່ຮັບປະ ກັນ, ເຊິ່ງມີຄວາມສ່ຽງຕໍ່ການເກີດອຸປັດຕິເຫດ, ສ້າງສຽງດັງເນືອງນັນ. ພ້ອມນັ້ນ, ກໍໄດ້ເຮັດບົດບັນທຶກ ແລະ ນຳເອົາອາໄລທີ່ຖືກຕ້ອງຕາມສະພາບເຕັກນິກຂອງໂຮງງານມາປ່ຽນໃສ່ລົດ ແລ້ວຈຶ່ງອະນຸຍາດນຳ ລົດອອກໄປຊົມໃຊ້.

ພັທ ສຸດສະດີ ທອງພູມີ ໄດ້ຮຽກຮ້ອງໃຫ້ຜູ້ຖືກສຶກສາອົບຮົມໃນຄັ້ງນີ້ ຈົ່ງປ່ຽນແປງພຶດຕິກຳທີ່ບໍ່ເໝາະສົມ ເປັນຕົ້ນແມ່ນຂັບຂີ່ລົດຕາມທ້ອງຖະໜົນໄວເກີນກຳນົດ, ການດັດແປງສະ ພາບເຕັກນິກຂອງລົດ, ໃຊ້ສຽງດັງເກີນຂອບເຂດ ເພື່ອຄວາມປອດໄພຂອງຕົນເອງ ແລະ ຄົນອ້ອມຂ້າງ. ພ້ອມທັັງຮຽກຮ້ອງໃຫ້ອຳນາດການປົກຄອງບ້ານ, ພໍ່-ແມ່ຜູ້ປົກຄອງ ຈົ່ງຊ່ວຍເຈົ້າໜ້າທີ່ ສຶກສາອົບຮົມລູກຫຼານຂອງຕົນໃຫ້ເປັນຄົນດີຕື່ມອີກ.