ຜົ້ງສາລີ-ຢູນນານ ພົບປະແລກປ່ຽນວຽກງານຄຸ້ມຄອງຊາຍແດນ

0
704

ກອງປະຊຸມພົບປະແລກປ່ຽນວຽກງານຄຸ້ມຄອງຊາຍແດນຄັ້ງທີ 7 ລະຫວ່າງ ກອງບັນຊາການ ປກສ ແຂວງຜົ້ງສາລີ ແຫ່ງສປປ ລາວກັບກອງ ບັນຊາການຕໍາຫຼວດຄຸ້ມຄອງຊາຍແດນ ນະຄອນພູເອີ້ ແຂວງຢູນນານ ແຫ່ງ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2020. ຝ່າຍລາວນຳໂດຍ ພັອ ຄຳຈັນ ແສງລາວົງຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ ແຫ່ງ ສປປ ລາວ, ຝ່າຍ ຈີນນຳໂດຍ ພັອ ລີຟູຊາງ ຫົວໜ້າການເມືອງ ກອງບັນຊາການຄຸ້ມຄອງຊາຍແດນ ນະຄອນພູເອີ້ ແຂວງຢູນນານ ແຫ່ງ ສປ ຈີນ, ມີຄະນະທັງສອງຝ່າຍເຂົ້າຮ່ວມ.

ໃນພິທີ, ທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນໃນຕະຫຼອດໄລຍະໜຶ່ງປີ ທີ່ຜ່ານມາໃຫ້ກັນຊາບ ໂດຍສະເພາະແມ່ນການແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ລຽບຕາມຊາຍແດນລາວ-ຈີນ ເວົ້າລວມ, ເວົ້າສະ ເພາະແມ່ນລຽບຕາມຊາຍແດນແຂວງຜົ້ງສາລີ ກັບ ແຂວງຢູນນານ ໃນການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ 19, ບັນ ຫາການລັກລອບເຂົ້າ-ອອກເມືອງຜິດກົດໝາຍ, ການຄ້າມະນຸດ,ການລັກລອບຂົນສົ່ງ ແລະ ຊື້-ຂາຍຢາເສບຕິດ,ຄະດີອາຊະຍາກຳຂ້າມແດນ, ການ ລີ້ຊ້ອນຕັ້ງພູມລໍາເນົາທີ່ບໍ່ຖືກ ຕ້ອງຂອງປະຊາຊົນ, ບັນຫາສາສະໜາ ແລະ ບັນຫາອື່ນໆ ທີ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງສອງປະ ເທດ ກໍຄືສອງແຂວງແຂວງຜົ້ງສາລີ ແຫ່ງ ສປປລາວ ແລະ ແຂວງຢູນນານແຫ່ງ ສປ ຈີນ.ພ້ອມນີ້,ທັງສອງຝ່າຍ ຍັງພ້ອມກັນປຶກສາຫາລື ແລະ ວາງແຜນການໃນຕໍ່ໜ້າ ໂດຍສະເພາະແມ່ນ ເປັນເຈົ້າການໃນການກຳແໜ້ນບັນດາສະພາບການທີ່ອາດເກີດຂຶ້ນຢູ່ລຽບຕາມຊາຍແດນຂອງສອງປະເທດ ພ້ອມທັງແຈ້ງໃຫ້ກັນຊາບຢ່າງທັນການ,ດ້ວຍການປະສານສົມທົບກັນ, ເກັບກຳຂໍ້ມູນ ແລະ ແຫຼ່ງຂ່າວທີ່ກ່ຽວພັນເຖິງວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງສອງຊາດ, ຕ້ານ ແລະ ສະກັດກັ້ນບັນດາເລ່ຫຼ່ຽມ, ກົນອຸບາຍການເຄື່ອນໄຫວມ້າງເພທໍາລາຍຂອງພວກອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີ ເພື່ອແນໃສ່ເຮັດໃຫ້ຢູ່ລຽບຕາມສາຍແດນທັງສອງຝ່າຍມີຄວາມສະຫງົບໂດຍພື້ນ ຖານ.

ໃນໂອກາດນີ້, ທັງສອງຝ່າຍກໍໄດ້ພ້ອມກັນລົງນາມເຊັນບົດບັນທຶກຊ່ວຍຈໍາ ເພື່ອຮ່ວມກັນສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າຢ່າງທັນການ,ລົງນາມໂດຍ ພັອ ຄຳຈັນ ແສງລາວົງ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ ແຫ່ງ ສປປ ລາວ ແລະ ພັອ ລີ ຟູ ຊາງ ຫົວໜ້າການເມືອງກອງບັນຊາການຕໍາຫຼວດຄຸ້ມຄອງຊາຍແດນ ນະຄອນພູເອີ້ ແຂວງຢູນນານ.