ໃນອາທິດແລ້ວນີ້, ພັອ ປອ ມາລາ ວິລະຈິດ ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ( 512 ) ກະຊວງ ປກສ ພ້ອມຄະນະ ລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການ ປກສ ແຂວງວຽງຈັນ; ເພື່ອຖ່າຍພາບກຽມວາງສະແດງຕ້ອນຮັບ 60 ປີ ວັນສ້າງຕັ້ງກຳລັງ ປກສ ໃຫ້ການຕ້ອນຮັບໂດຍ ພົຈວ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ພ້ອມຄະນະ, ມີຕາງໜ້າຫ້ອງ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ພົຈວ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ໄດ້ນໍາພາກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ແຂວງວຽງຈັນ ເພື່ອເກັບກໍາຂໍ້ມູນ ແລະ ຖ່າຍຮູບພາບການ
ທໍາການຜະລິດຂອງນັກໂທດ ຢູ່ໂຮງງານຜະລິດຫຍິບເປົາ, ໂຮງງານຜະລິດເປົາໂຕ່ນ ແລະ ເມັດຢາງປຣາດສະຕິກ ການເກັບກໍາຮູບພາບໃນຄັ້ງນີ້ ກໍເພື່ອເອົາໄປວາງສະແດງຢູ່ຫໍພິພິທະພັນປ້ອງກັນຄວາມສະຫງົບປະຊາຊົນ ກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ (5 ເມສາ1961-5 ເມສາ 2021) ໃຫ້ທ່ວງທັນກັບເວລາ ແລະ ສໍາເລັດຕາມແຜນທີ່ວາງໄວ້.