ໃນວັນທີ 6 ພະຈິກຜ່ານມາ, ຫ້ອງພະລາທິການ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຄຸ້ມຄອງຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍຜ່ານປະຕູດຽວ ຄັ້ງທີ II ທົ່ວກໍາລັງປ້ອງກັນຄວາມສະຫງົບໄຊຍະບູລີ; ເຂົ້າຮ່ວມໂດຍ ພັອ ບຸນຫຼ້າ ສຸລິຍາ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາ, ພະ ແນກການທີ່ກ່ຽວຂ້ອງ, ປກສ 11 ເມືອງ ເຂົ້າຮ່ວມ.

ຕະຫຼອດໄລຍະ 2 ປີຜ່ານມາ, ການຄຸ້ມຄອງ ແລະ ຈັດເກັບລາຍຮັບຜ່ານປະຕູດຽວກໍາລັງປ້ອງກັນຄວາມສະຫງົບທົ່ວແຂວງໄຊຍະບູລີ ໄດ້ເອົາໃຈໃສ່ຊີ້ນໍາຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດວຽກງານຂອງກົມກອງເປັນປົກກະຕິ, ໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນສູນ ກາງ ແລະ ບັນດາກົມກອງທົ່ວແຂວງໄດ້ຮັບການຮ່ວມມືເປັນຢ່າງດີ; ພ້ອມກັນແກ້ໄຂບັນຫາຂໍ້ຫຍຸ້ງຍາກຕ່າງໆໃນການຈັດຕັ້ງປະຕິບັດເກັບລາຍຮັບວິຊາການ ແລະ ລາຍຮັບອື່ນໆຂອງບັນດາກົມກອງອ້ອມຂ້າງກອງບັນຊາການ ປກສ ແຂວງ ແລະ ກອງບັນຊາການ ປກສ ເມືອງ ແຕ່ປີ 2018 ຫາປັດຈຸບັນ ເຫັນວ່າໄດ້ຫັນເຂົ້າສູ່ລະບຽບຫຼັກການ ແລະ ມີລາຍຮັບເພີ່ມຂຶ້ນໃນແຕ່ລະປີ.

ໂດຍອີງຕາມລັດ ຖະບັນຍັດຂອງປະທານປະເທດ ສະບັບ ເລກທີ 003/ປປທ ລົງວັນທີ 26 ທັນວາ 2012 ວ່າດ້ວຍຄ່າທໍານຽມ ຄ່າບໍລິການສໍາລັບແຫຼ່ງລາຍຮັບວິຊາການກໍາລັງປ້ອງກັນຄວາມສະຫງົບໄດ້ຈັດເກັບຜ່ານມາ ແມ່ນໄດ້ມາຈາກ 3 ແຫຼ່ງລາຍຮັບຈາກ ຄ່າທໍານຽມ (ວຽກງານກວດຄົນເຂົ້າ-ອອກເມືອງ, ວຽກງານຄຸ້ມຄອງຄົນຕ່າງ ປະເທດ); ວຽກງານຄຸ້ມຄອງສໍາມະໂນຄົວ, ວຽກງານຄຸ້ມຄອງພົນລະເມືອງ, ອາຊີບພິເສດ, ວຽກງານຄຸ້ມຄອງປ້າຍລົດ ການຈັດເກັບລາຍຮັບໃນໄລຍະຜ່ານມາ ເຫັນວ່າໄດ້ຫັນເຂົ້າສູນມີຄວາມຄ່ອງຕົວດີຂຶ້ນ ໂດຍຜ່ານການຈັດຕັ້ງປະຕິບັດການຈັດເກັບລາຍຮັບປີ 2019 ແຜນປີ ຈໍານວນ 45.000.000 ກີບ ເກັບໄດ້ຕົວຈິງຈໍານວນ 917.407.069 ກີບ ສໍາ ລັບປີ 2020 ຕາມແຜນຈໍານວນ 1.083.420.000 ກີບ ໃນ 9 ເດືອນຜ່ານມາ ປະຕິບັດໄດ້ 1.159.637.000 ກີບ; ໃນນີ້, ສະເໜີດັດແກ້ແຜນການປີ 149.180. 000 ກີບ ຖ້າທຽບໃສ່ການຈັດເກັບລາຍຮັບແບບກະຈ່າຍເຫັນວ່າການຈັດເກັບ ລາຍຮັບຜ່ານປະຕູດຽວມີທ່າອ່ຽງເພີ່ມ ຂຶ້ນໃນແຕ່ລະປີ.

ພັອ ບຸນຫຼ້າ ສຸລິຍາ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນຈັດຕັ້ງປະຕິບັດບັນດານິຕິກໍາໃນຂົງເຂດວຽກງານການເງິນໃຫ້ເຂັ້ມງວດ, ເປັນເຈົ້າການຊີ້ນໍາ ກວດກາແຫຼ່ງລາຍຮັບຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອຈັດເຂົ້າແຜນລາຍຮັບ-ລາຍຈ່າຍງົບປະມານຢ່າງຖືກຕ້ອງ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານການເກັບກໍາລາຍຮັບຜ່ານປະຕູດຽວໃຫ້ສອດຄ່ອງ, ກະທັດຮັດ ແລະ ຖືກຕ້ອງຕາມລະບຽບຫຼັກການ.