ໃນວັນທີ 10 ພະຈິກ 2020, ກອງບັນຊາການ ປກສ ເມືອງລະຄອນເພັງ ແຂວງສາລະວັນ ໄດ້ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ໃນໄລຍະ 6 ເດືອນປີ 2020; ເຂົ້າຮ່ວມໂດຍ ພັອ ສີເສີດ ສອນດາລາ ຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ, ມີຄະນະກອງກໍ່ສ້າງຮາກຖານ, ແຂກຮັບເຊີນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ສຸດອນ ລັດທະນຸວົງ ຫົວໜ້າກອງບັນການ ປກສ ເມືອງລະຄອນເພັງ ໄດ້ຜ່ານບົດສະຫຼຸບວຽກງານກອງກໍ່ສ້າງຮາກຖານການເມືອງ ຕິດພັນກັບການແກ້ປະກົດການຫຍໍ້ທໍ້ຂອງສັງຄົມຢູ່ບັນດາເຂດຈຸດສຸມໃນໄລຍະ 6 ເດືອນຕົ້ນປີ 2020 ວ່າ: ໄດ້ມີການປະສານສົມທົບດ້ານວຽກງານ ປກສ ຮ່ວມກັບກອງກໍ່ສ້າງ ຮາກຖານເປັນປົກກະຕິ; ໃນນີ້, ໄດ້ເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກງານຮ່ວມລະຫວ່າງກອງກໍ່ສ້າງຮາກຖານກັບ ປກສ ເມືອງ, ຫ້ອງການບໍລິການປະຊາຊົນ, ປກສ ເຄິ່ງອາຊີບ ເປັນຕົ້ນແມ່ນໄດ້ພ້ອມກັນຕິດຕາມກວດກາ, ຄວບຄຸມການເໜັງ ຕີງຂອງພົນລະເມືອງ, ການຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເຊັ່ນ: ຂີ້ລັກງັດແງະ, ກໍອາລະວາດຕີກັນ, ຄ້າຂາຍເຖື່ອນ, ການມົ້ວສຸມ ແລະ ຄ້າ ຂາຍສິ່ງເສບຕິດລຽບຊາຍແດນ ທີ່ອາດຈະມີການເຄື່ອນໄຫວກະທໍາຜິດຂອງບຸກຄົນໃນກໍລະນີຕ່າງໆ.

ນອກນັ້ນ, ພະນັກງານກອງກໍ່ສ້າງຮາກຖານກໍ່ໄດ້ລົງໃກ້ຊິດຕິດແທດກັບອໍານາດການປົກຄອງ-ປະຊາຊົນ ໂດຍເນັ້ນໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ກັບອົງການຈັດແຕ່ລະບ້ານໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ການ ຮ່ວມມືວຽກງານ ປກຊ-ປກສ ໃນທົ່ວ ປວງຊົນຮອບດ້ານ, ທຸກໆຄົນໃນສັງຄົມໃຫ້ມີຄວາມຮັບຜິດຊອບ ແລະ ເຄົາລົບລະບຽບກົດໝາຍ, ຮີດຄອງປະເພນີຂອງທ້ອງຖິ່ນ, ສ້າງຄວາມສາມັກຄີຮັກແພງ, ຊຸກຍູ້ສົ່ງເສີມ ແລະ ໃຫ້ການຊ່ວຍເຫຼືອຄອບຄົວຜູ້ດ້ອຍໂອກາດຍາກຈົນ, ອອກແຮງຕ້ານສະກັດກັ້ນການເຄື່ອນໄຫວໂຄສະນາຊວນເຊື່ອຂອງກຸ່ມຄົນບໍ່ດີທີ່ຫວັງຕົວະຍົວະຫຼອກລວງປະຊາຊົນທີ່ຮູ້ເທົ່າບໍ່ເຖິງການໃຫ້ກາຍເປັນເຫຍື່ອຂອງພວກເຂົາຢ່າງບໍ່ຮູ້ສຶກຕົວ.

ສະເພາະທິດທາງແຜນການ 4 ເດືອນ ທ້າຍປີ 2020, ກອງກໍ່ສ້າງຮາກຖານກັບ ປກສ ເມືອງລະຄອນເພັງ, ຫ້ອງການບໍ ລິການປະຊາຊົນ, ປກສ ເຄິ່ງອາຊີບ ຈະໄດ້ເພີ່ມທະວີໃສ່ວຽກງານເຜີຍແຜ່ເຊື່ອມຊຶມເອກະສານທີ່ສໍາຄັນຕ່າງໆ ໃຫ້ອົງ ການຈັດຕັ້ງບ້ານ-ປະຊາຊົນທີ່ອາໃສຢູ່ ບ້ານລຽບຊາຍແດນ.