ນາງ ສຸຈິນຕະນາ ຫຼື ໂມະ ອາຍຸ 50 ປີ ທີ່ເປັນຄົນດູແລເຝົ້າຫ້ອງແຖວໃຫ້ແມ່ ຢູ່ບ້ານທາດຫຼວງໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຮ່ວມກັບລູກໄພ້ ສວຍໂອກາດຕອນຜູ້ເຊົ່າຫ້ອງແຖວກັບບ້ານໃນຊ່ວງພະຍາດໂຄວິດ-19 ລະບາດ ໄຂປະຕູຫ້ອງລັກເອົາເຄື່ອງຂອງມີຄ່າໄປຂາຍ ແລະ ໃຊ້ເອງຈົນໝົດ ມູນຄ່າເສຍຫາຍປະມານ 250 ລ້ານກີບ ໃນຊ່ວງເດືອນ ສິງຫາ 2020.

ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ໃຫ້ຮູ້ວ່າ: ໃນວັນທີ 6 ຕຸລາ 2020, ນາງ ຈຸທິດົງ ອາຍຸ 22 ປີ ເຊື້ອຊາດ-ສັນຊາດຫວຽດນາມ ພັກເຊົ່າຢູ່ຫ້ອງແຖວບ້ານທາດຫຼວງໃຕ້ ເມືອງໄຊເສດຖາ ໄດ້ເຂົ້າແຈ້ງຄວາມວ່າ: ເຄື່ອງຂອງປະເພດເສື້ອ-ຜ້າຂອງຜູ້ກ່ຽວທີ່ຂາຍຢູ່ຕະຫຼາດຂົວດິນ , ເຊິ່ງເອົາມາເກັບໄວ້ຢູ່ໃນຫ້ອງແຖວ ໃນຊ່ວງເດືອນກຸມພາ 2020 ກ່ອນກັບຄືນປະເທດ. ແຕ່ເນື່ອງຈາກພະຍາດໂຄວິດ-19 ລະບາດ ຈຶ່ງບໍ່ສາມາດກັບມາລາວໄດ້. ຈົນລັດຖະບານ ໄດ້ມີນະໂຍບາຍໃຫ້ນັກທຸລະກິດ-ຄ້າຂາຍເດີນທາງໄດ້ ຈຶ່ງໄດ້ເດີນທາງກັບມາລາວ. ເມື່ອມາຮອດຫ້ອງແຖວ ແລະ ໄຂປະຕູເຂົ້າໄປໃນຫ້ອງແຖວເຫັນວ່າ ເຄື່ອງທີ່ເອົາມາເກັບໄວ້ແມ່ນບໍ່ມີເລີຍລວມທັງເຄື່ອງໃຊ້ກໍບໍ່ເຫັນ; ດັ່ງນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງລົງກວດກາສະຖານທີ່ ແລະ ເກັບກຳຂໍ້ມູນຫຼັກຖານຢ່າງລະອຽດຖີຖ້ວນ ຈຶ່ງສືບຮູ້ວ່າ ຜູ້ກໍ່ເຫດແມ່ນ ນາງ ສຸຈິນຕະນາ ຫຼື ໂມະ ທີ່ເປັນຜູ້ເຝົ້າຫ້ອງແຖວຂອງແມ່. ດັ່ງນັ້ນ, ເຈົ້າໜ້າທີ່ ຈຶ່ງນຳກຳລັງເຂົ້າກັກຕົວມາສອບສວນ ໃນວັນທີ 19 ຕຸລາ 2020.

ຜ່ານການສອບສວນເບື້ອງຕົ້ນ, ນາງ ໂມະ ຮັບສາລະພາບວ່າ: ພາຍຫຼັງແມ່ຂອງຕົນສ້າງຫ້ອງແຖວທີ່ຕິດກັບເຮືອນຂອງຕົນສຳເລັດໃນປີ 2018. ນາງ ຈຸ ທິດົງ ກັບຜົວ ໄດ້ເຂົ້າມາເຊົ່າຫ້ອງ ແລະ ຕົນເອງກໍເປັນຜູ້ດູແລ ແລະ ເກັບເງິນຄ່າຫ້ອງແຖວ. ຈົນຮອດເດືອນກຸມພາ 2020, ພະຍາດໂຄວິດ-19 ໄດ້ແພ່ລະບາດ. ຈາກນັ້ນ, ທັງ 2 ຜົວເມຍ ກໍໄດ້ຂົນເຄື່ອງທີ່ຂາຍຢູ່ຕະຫຼາດຂົວດິນມາເກັບໄວ້ຫ້ອງແຖວ ແລ້ວກັບຄືນປະເທດຫວຽດນາມ. ຈົນມາເດືອນສິງຫາ 2020, ຜູ້ກ່ຽວ ຈຶ່ງເກີດມີແນວຄິດຢາກໄດ້ເຄື່ອງດັ່ງກ່າວໄປຂາຍ ແລະ ໄດ້ປຶກສາກັບ ນາງ ວັນ ຜູ້ເປັນລູກໄພ້ຢູ່ບ້ານນາໄຫ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເພື່ອລັກເອົາເຄື່ອງໃນຫ້ອງແຖວໄປຂາຍ; ຈາກນັ້ນ, ກໍຊອກຫາບ່ອນຂາຍແຕ່ກໍບໍ່ມີໃຜຊື້, ຕົນຈຶ່ງໄດ້ໂທລະສັບຫາ ນາງ ພອນ ຄົນເມືອງເຟືອງ ແຂວງວຽງຈັນ ທີ່ເຄີຍມາຢູ່ຫ້ອງແຖວ ເພື່ອໃຫ້ ນາງ ພອນ ຕິດຕໍ່ຫາບ່ອນຂາຍໃຫ້ ເມື່ອຕິດຕໍ່ຄົນມາຊື້ໄດ້ເເລ້ວຕົນ ກັບ ນາງ ວັນ ໄດ້ຈ້າງລົດໃນລາຄາ 200.000 ກີບ ໃຫ້ມາຂົນເອົາເຄື່ອງດັ່ງກ່າວຈຳນວນ 10 ເປົ່າໃຫຍ່, ໂດຍນັດຈຸດຊື້ຂາຍຢູ່ເດີນທາດຫຼວງ ໃນລາຄາ 7.000.000 ກີບ. ຕໍ່ມາຕົນ, ກໍໄດ້ເຂົ້າໄປລັກເອົາເຄື່ອງອີກຄັ້ງ; ເຊິ່ງຄັ້ງນີ້, ມີເຄື່ອງໃຊ້ໄຟຟ້າປະເພດຕູ້ເຢັນສອງຊັ້ນ 1 ໜ່ວຍ, ພັດລົດຕັ້ງໂຕະ 1 ໜ່ວຍ ແລະ ຕູ້ນ້ຳເຢັນ 1 ໜ່ວຍ ແລ້ວເອົາມາໃຊ້ພາຍໃນຄອບຄົວ.

ປັດຈຸບັນຄະດີດັ່ງກ່າວ, ເຈົ້າໜ້າທີ່ກຳລັງສືບສວນ-ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີ ແລະ ເລັ່ງເກັບກູ້ເຄື່ອງຂອງກາງມາມອບຄືນໃຫ້ເຈົ້າຂອງເດີມ; ຕໍ່ກັບ ນາງ ໂມະ ເຈົ້າໜ້າທີ່ກໍາລັງສະຫຼຸບສຳນວນຄະດີສົ່ງອົງການໄອຍະການປະຊາຊົນ ສັ່ງຟ້ອງສານຕັດສິນຕາມລະບຽບກົດໝາຍ