ເຊື່ອມຊຶມນິຕິກຳການຄຸ້ມຄອງ ແລະ ຈັດເກັບລາຍຮັບຜ່ານປະຕູດຽວ

0
605

ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ຈັດກອງປະຊຸມເຊື່ອມຊຶມນິຕິກໍາກ່ຽວກັບບັນດາເອກະສານການຄຸ້ມຄອງ ແລະ ຈັດເກັບລາຍຮັບຜ່ານປະຕູດຽວ ທົ່ວແຂວງຈໍາປາສັກ ໃນອາທິດຜ່ານມາ,ໂດຍມີ ພັອ ຖາວອນ ບຸນກອງພິມ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ມີຄະນະຫ້ອງ, ກອງບັນຊາການປກສ ເມືອງ, ປກສນະຄອນປາກເຊ, ໂຮງຮຽນປກສຊັ້ນສູງເລກ 4, ກອງພັນປ້ອງກັນເຄື່ອນທີ່ ແລະ ພະນັກ ງານວິຊາການເຂົ້າຮ່ວມ.

ພັທ ບຸນເລີດ ແກ້ວບົວພາ ຫົວໜ້າຫ້ອງພະລາທິການ ປກສ ແຂວງຈໍາປາສັກ ກ່າວວ່າ: ການເຊື່ອມຊຶມບັນດາເອກະສານການຄຸ້ມຄອງ ແລະ ຈັດເກັບລາຍຮັບຜ່ານປະຕູດຽວໃນຄັ້ງນີ້ ກໍເພື່ອແນໃສ່ໃຫ້ບັນດາກົມກອງອ້ອມຂ້າງປກສ ແຂວງ ໂດຍສະເພາະແມ່ນເຮັດໃຫ້ພະນັກງານວິຊາ ການຮັບຮູ້ ແລະ ເຂົ້າໃຈເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບຖືກຕ້ອງ ແລະ ສອດຄ່ອງກັບວຽກງານການເງິນທີ່ໄດ້ກຳນົດໄວ້ແລະ ເພື່ອແນໃສ່ຫັນເຂົ້າສູ່ລະບົບບັນຊີລາຍຮັບໂດຍຜ່ານປະຕູດຽວທັງນີ້ ເພື່ອເຮັດໃຫ້ການຄຸ້ມຄອງ,ການຕິດຕາມ,ການກວດ ກາ, ການເກັບລາຍຮັບ, ຄ່າທຳນຽມ, ຄ່າບໍລິການ, ຄ່າປັບໃໝ ແລະ ລາຍຮັບອື່ນໆ ທີ່ໄດ້ຈັດຕັ້ງການເກັບຜ່ານມາຫັນເຂົ້າລວມສູນຜ່ານປະຕູດຽວຕາມທິດທາງອັນດຽວກັນ ພ້ອມທັງເຮັດໃຫ້ວຽກງານການຈັດຕັ້ງປະຕິບັດໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

ໃນກອງປະຊຸມ, ພັອ ຖາວອນ ບຸນກອງພິມ ໄດ້ເໜັ້ນໃຫ້ບັນດາຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕະຫຼອດຮອດພະນັກງານວິຊາການຕ້ອງໄດ້ເອົາໃຈໃສ່ຢ່າງເລິກເຊິ່ງໃນການຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະ ການເກັບລາຍຮັບ-ລາຍຈ່າຍ ຜ່ານປະຕູດຽວ ເຊິ່ງຕ້ອງໄດ້ມີການຄຸ້ມຄອງ,ການຕິດຕາມ,ການກວດການເກັບລາຍຮັບ ເພື່ອແນໃສ່ໃຫ້ມີຄວາມເປັນເອກະພາບ,ຖືກຕ້ອງ ແລະ ສອດຄ່ອງຕາມທີ່ໄດ້ກຳນົດໄວ້.