ທ້າວ ບີ່ຢ່າງ ອາຍຸ 19 ປີ ຢູ່ບ້ານວັດທາດ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ສາລະພາບກັບ ເຈົ້າໜ້າທີ່ຫຼັງຈາກຖືກຈັບໄດ້ວ່າ ໄດ້ກໍ່ເຫດລັກ ຊັບພົນລະເມືອງມາແລ້ວ 2 ຄັ້ງ ດ້ວຍຮູບການງັດເຂົ້າເຮືອນປະຊາຊົນ ຄົ້ນເອົາຊັບສິນມີຄ່າ ແລ້ວນຳໄປຂາຍເອົາເງິນມາໃຊ້ຈ່າຍຟຸມເຟືອຍ ລວມມູນຄ່າ 21.100.000 ກີບ ກ່ອນຖືກຈັບໃນວັນທີ 22 ຕຸລາ 2020 ພ້ອມເກັບກູ້ຂອງກາງມອບຄືນໃຫ້ເຈົ້າຂອງເດີມ.

ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນຄະດີອາຍາ ປກສ ເມືອງບໍລິຄັນ ແຂວງບໍລິຄຳໄຊ ເປີດເຜີຍວ່າ: ວັນທີ 19 ກັນຍາ 2020, ນາງ ເຕັ່ງລີ ອາຍຸ 52 ປີ ຢູ່ບ້ານວັດທາດ ເຂົ້າແຈ້ງຄວາມວ່າ ມີຄົນຮ້າຍງັດເຂົ້າເຮືອນລັກເອົາສາຍຄໍຄໍາ 1 ເສັ້ນຈຳນວນ 2 ບາດ, ສາຍແຂນເງິນ 1 ວົງ, ເງິນຂັນ 2 ຂັນ, ເງິນກີບທະນາຄານ 300.000 ກີບ ແລະ ປຶ້ມເງິນຝາກທະນາຄານ 5 ຫົວ ທີ່ເກັບຮັກສາໄວ້ໃນຫ້ອງນອນ ແລະ ໃນວັນທີ 19 ຕຸລາ 2020 ທ້າວ ເນັ່ງຈື່ຢ່າງ ອາຍຸ 51 ປີ ຢູ່ບ້ານສີສະຫວາດ ເມືອງບໍລິຄັນ ເຂົ້າມາແຈ້ງຄວາມໂດຍລັກສະນະດຽວກັນວ່າ ມີຄົນຮ້າຍລັກເຂົ້າເຮືອນ ແລະ ລັກເອົາສາຍຄໍຄຳ 2 ບາດ, ເງິນຂັນຈຳນວນ 10 ຂັນ, ເງິນບີ້ 13 ບີ້, ໂທລະສັບຍີ່ຫໍ່ຊໍາຊຸມ, ເງີນກີບທະນາຄານ 600.000 ກີບ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ລົງເກັບກຳຂໍ້ມູນທັງ 2 ກໍລະນີ ພົບວ່າ ຄົນຮ້າຍກໍ່ເຫດໃນລັກສະນະຄ້າຍຄືກັນ ຈຶ່ງໄດ້ຂຶ້ນບັນຊີເປົ້າໝາຍ. ມາຮອດວັນທີ 22 ຕຸ ລາ 2020, ກໍສາມາດຈັບຕົວຜູ້ກໍ່ເຫດໄດ້ ຄື: ທ້າວ ບີ່ຢ່າງ ໄປດຳເນີນຄະດີ.

ທ້າວ ບີ່ຢ່າງ ສາລະພາບວ່າ: ໄດ້ກໍ່ເຫດລັກເຂົ້າເຮືອນຂອງ ນາງ ເຕັ່ງລີ່ ແລະ ທ້າວ ເນັ່ງຈື້ຢ່າງ ແທ້ ໂດຍໃນວັນທີ 18 ກັນຍາ, ໄດ້ຢ່າງເລາະຊອກລັກເຄື່ອງຢູ່ພາຍໃນບ້ານວັດທາດ. ພໍຮອດເຮືອນ ຂອງ ນາງ ເຕັ່ງລີ ເຫັນວ່າບໍ່ມີຄົນຢູ່ຈຶ່ງໄດ້ໄປງັດເຂົ້າເຮືອນຄົ້ນເອົາຊັບສິນໃນຫ້ອງນອນ ໄດ້ສາຍຄໍຄຳ 1 ເສັ້ນພ້ອມດ້ວຍກີ້, ເງິນຂັນ 2 ຂັນ, ສາຍແຂນເງິນ 1 ເສັ້ນ, ເງິນກີບທະນາຄານ 300.000 ກີບ, ປຶ້ມບັນຊີຝາກເງິນທະນາຄານ 5 ຫົວ, ເມື່ອລັກໄດ້ແລ້ວມາວັນທີ 19 ກັນຍາ, ໄດ້ເອົາເຄື່ອງ ທີ່ລັກມານັ້ນໄປຂາຍໃຫ້ແມ່ຄ້າທີ່ຂາຍເສື້ອຜ້າຢູ່ຕະຫຼາດປາກຊັນອິນດູຈີນ ເມືອງບໍລິຄັນ ໄດ້ເງິນ 9.200.000 ກີບ, ສ່ວນປຶ້ມບັນຊີເງິນຝາກທະນາຄານນັ້ນແມ່ນໄດ້ເອົາເຊື່ອງໄວ້ເຮືອນ.

ໃນວັນທີ 18 ຕຸລາ 2020, ທ້າວ ບີຢ່າງ ໄດ້ຍ່າງເລາະໄປບ້ານສີສະຫວາດ ເມື່ອຍ່າງມາຮອດເຮືອນຂອງ ທ້າວ ເນັ່ງຈື່ຢ່າງ ເຫັນວ່າບໍ່ມີຄົນຢູ່ ເຮືອນຈຶ່ງໄດ້ເຂົ້າໄປທາງດ້ານຫຼັງເຮືອນເຂົ້າທາງປະຕູ້ເຮືອນຄົວທີ່ບໍ່ໄດ້ລ໋ອກ, ເມື່ອເຂົ້າໄດ້ແລ້ວກໍຄົ້ນເອົາຊັບສິນຢູ່ໃນຫ້ອງນອນ ເຫັນຖົງດຳທີ່ ຫຸ້ມຫໍ່ຂອງມີຄ່າປະກອບມີສາຍຄໍຄໍາ, ເງິນບີ້, ເງິນຂັນ, ໂທລະສັບ, ເງິນກີບທະນາຄານ 600.000 ກີບ. ພໍໄດ້ເຄື່ອງທີ່ມີຄ່າດັ່ງກ່າວແລ້ວ ກໍ ນຳເອົາເຄື່ອງໄປຊຸກເຊື່ອງໄວ້ປ່າແຄມທາງ. ມາວັນທີ 20 ຕຸລາ, ໄປເອົາເຄື່ອງທີ່ຊຸກເຊື່ອງໄວ້ນັ້ນໄປຂາຍໃຫ້ຮ້ານຂາຍເຄື່ອງທີ່ເຄີຍເອົາໄປຂາຍໃຫ້ໃນຄັ້ງກ່ອນ ໄດ້ເງິນ 11.000.000 ກີບ, ເງິນທີ່ໄດ້ມາຈາກການລັກຊັບ ທ້າວ ບີ່ຢ່າງ ໃຊ້ຈ່າຍຜູ້ດຽວໝົດ ລວມມູນຄ່າທັງສອງຄັ້ງທີ່ລັກມານັ້ນຂາຍໄດ້ 21.100.00 ກີບ.

ຕໍ່ກັບຂອງກາງທາງເຈົ້າໜ້າທີ່ສາມາດເກັບກູ້ຄືນມາໄດ້ແລ້ວ ສ່ວນຄຳແມ່ນໃຊ້ແທນເປັນເງິນກີບທະນາຄານ ແລະ ມອບຊັບຄືນໃຫ້ເຈົ້າຂອງເດີມເປັນທີ່ຮຽບຮ້ອຍແລ້ວ.