ຣາຊະອານາຈັກກໍາປູເຈຍ ຊ່ວຍເຫຼືອອຸປະກອນການແພດ ເພື່ອປ້ອງກັນ ແລະ ຕ້ານພະຍາດໂຄວິດ19

0
453

ໃນວັນທີ16 ພະຈິກ 2020, ຣາຊະອານາຈັກກໍາປູເຈຍ ໄດ້ນໍາອຸປະກອນການແພດມາຊ່ວຍເຫຼືອ ສປປ ລາວ ເພື່ອໃຊ້ເຂົ້າໃນການປ້ອງກັນ ແລະ ຕ້ານພະບາດໂຄວິດ-19,ກ່າວມອບໂດຍ ສົມເດັດ ປີໄຈ ເສນາ ເຕຍບັນຮອງນາຍົກ ລັດຖະມົນຕີລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກກໍາປູເຈຍ, ກ່າວຮັບໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໂດຍມີ ພົອ ຈັນສະໝອນ ຈັນ ຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ຄະນະສະເພາະກິດເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ພ້ອມ ດ້ວຍການນໍາຂັ້ນສູງຈາກກະຊວງກ່ຽວຂ້ອງເຂົ້າຮ່ວມ.

ການຊ່ວຍເຫຼືອຈາກລັດຖະບານ ແຫ່ງຣາຊະອານາຈັກ ກຳປູເຈຍໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ໄດ້ຕີລາຄາສູງ ແລະ ຂອບໃຈຕໍ່ລັດຖະບານແຫ່ງຣາຊະອານາຈັກກໍາປູເຈຍ ເພາະເປັນການສະແດງເຖິງຄວາມເປັນຫ່ວງເປັນໃຍ ແລະ ນຳໃຈຊ່ວຍເຫຼືອເຊິ່ງກັນແລະກັນ ໃນຍາມທີ່ສອງປະ ເທດ ພວມປະເຊີນໜ້າກັັບການລະບາດຂອງພະຍາດ ໂຄວິດ-19,ທັງເປັນການສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ,ຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູ ເຈຍ ທີ່ນັບມື້ນັບໄດ້ຮັບການສົ່ງເສີມ,ຮັດແໜ້ນໃຫ້ເຂົ້າສູ່ລວງເລິກ ຈົນມາເຖິງປັດຈຸບັນ.

ສໍາລັບເຄື່ອງທີ່ຣາຊະອານາຈັກກໍາປູເຈຍ ມາມອບໃຫ້ຄັ້ງນີ້ ມີຜ້າອັດປາກບອັດດັງ 2.100.000 ແຜ່ນ,ເຄື່ອງຊ່ວຍຫາຍໃຈ,ເຄື່ອງວັດແທກອຸນຫະພູມ ແລະ ເຄື່ອງມືການແພດທີ່ຈຳເປັນອີກຈຳນວນໜຶ່ງ,ລັດຖະບານແຫ່ງ ສປປ ລາວ ຈະນຳເອົາເຄື່ອງຊ່ວຍເຫຼືອດັ່ງກ່າວນຳໃຊ້ເຂົ້າໃນການປ້ອງກັນແລະຄວບຄຸມການແພ່ລະບາດຂອງພະ ຍາດໂຄວິດ-19 ພາຍໃນປະເທດໃຫ້ມີປະສິດຕິພາບ ແລະ ເກີດປະໂຫຍດສູງສຸດ.