ໃນຕົ້ນເດືອນພະຈິກນີ້, ທ່ານ ປອ ຄໍາພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຊຸກຍູ້ໂຄງການກໍ່ສ້າງບ້ານຈັດສັນໃໝ່ ເພື່ອຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ບ້ານຕອງ ເມືອງປາກແບງ ແຂວງອຸດົມໄຊ.

ໂຄງການດັ່ງກ່າວໄດ້ເລີ່ມຕົ້ນຈັດຕັ້ງປະຕິບັດມາແຕ່ເດືອນມີນາ 2020, ມາຮອດປັດຈຸບັນ ບັນດາໜ້າວຽກຫຼັກຂອງໂຄງການ ປະກອບມີ: ການກໍ່ສ້າງເສັ້ນທາງ, ວຽກດິນ, ຕັດຜັງບ້ານ, ກໍ່ສ້າງສະໜາມຂີ້ເຫຍື້ອ, ກໍ່ສ້າງນຳ້ລິນ, ກໍ່ສ້າງຕາຂ່າຍໄຟຟ້າ.

ກໍ່ສ້າງເຮືອນຢູ່ອາໄສຂອງປະຊາຊົນ ຈຳນວນ 24 ຫຼັງ, ສ້ອມແປງໂຮງໝໍນ້ອຍ, ສ້ອມແປງ ແລະ ຕໍ່ເຕີມອາຄານໂຮງຮຽນ, ກໍ່ສ້າງຫ້ອງການບ້ານ, ສະໂມສອນບ້ານ, ຕະຫຼາດຊຸມຊົນ, ຫ້ອງນ້ຳສາທາລະນະ, ກໍ່ສ້າງ ແລະ ຕິດຕັ້ງປ້າຍບ້ານ ປະຕິບັດໄດ້ 25%; ເຊິ່ງວິຊາການພວມສຸມໃສ່ແກ້ໄຂບັນດາໜ້າວຽກທີ່ຍັງຄົງຄ້າງ ເພື່ອໃຫ້ສໍາເລັດຕາມແຜນ.

ລວມມູນຄ່າການກໍ່ສ້າງ ທັງໝົດ 9.831. 000 ໂດລາ ໂດຍແມ່ນບໍລິສັດ ລາວຊິນ ຫຼົງອຸດສາຫະກໍາບໍ່ແຮ່ຈໍາກັດ ເປັນຜູ້ໃຫ້ທຶນໃນການກໍ່ສ້າງ.

ໂອກາດດັ່ງກ່າວ, ທ່ານເຈົ້າແຂວງອຸດົມໄຊ ໄດ້ເນັ້ນໃຫ້ອົງການປົກຄອງບ້ານ ປັບປຸງການຈັດຕັ້ງບ້ານໃຫ້ມີຄວາມເຂັ້ມແຂງ, ພ້ອມກັນເປັນເຈົ້າການຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ພາຍໃນບ້ານໃຫ້ໝົດໄປ; ປັບປຸງກຳລັງກອງຫຼອນປ້ອງກັນບ້ານ ໃຫ້ ແຂງແຮງ.

ເພື່ອແນໃສ່ເຮັດໃຫ້ບ້ານມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພ, ສຸມໃສ່ ພັດທະນາເສດຖະກິດຂອງບ້ານ ໂດຍອີງໃສ່ທ່າແຮງທີ່ມີຢູ່ ເປັນຕົ້ນແມ່ນການລ້ຽງສັດໃຫຍ່ ແລະ ປູກຊາ ແລະອື່ນໆ ໃຫ້ກາຍເປັນສິນຄ້າ ເພື່ອແນໃສ່ພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ.

ໂອກາດດຽວກັນທ່ານເຈົ້າແຂວງ ຍັງໄດ້ນຳເອົາວັດຖຸປັດໃຈຈຳນວນໜຶ່ງ ພ້ອມດ້ວຍເຂົ້າສານ ແລະ ເຄື່ອງອຸປະ ໂພກ ມອບໃຫ້ແກ່ ອົງການປົກຄອງ ແລະ ປະຊາຊົນບ້ານຕອງ ເພື່ອຊ່ວຍບັນເທົາແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນສະເພາະໜ້າຕື່ມອີກ.

ພ້ອມນີ້, ທ່ານເຈົ້າແຂວງໄດ້ສະແດງຄວາມຂອບໃຈນຳບໍລິສັດທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ປະຊາຊົນເຂດທີ່ຖືກຜົນກະທົບ ໂດຍສະເພາະແມ່ນການສ້າງເຮືອນໃຫ້ແກ່ປະຊາຊົນຢູ່ບ້ານຈັດສັນໃໝ່ທີ່ມີຄວາມໝັ້ນຄົງຖາວອນ;

ເຊິ່ງຈະກາຍເປັນຕົວແບບທີ່ດີແກ່ໂຄງການອື່ນໆ, ນອກນີ້ ຍັງຈະໃຫ້ການຊ່ວຍເຫຼືອກໍ່ສ້າງໂຮງຮຽນໃຫ້ບ້ານໄຊມຸງຄຸນ ມູນຄ່າ 1 ຕື້ 300 ລ້ານກວ່າກີບ; ພ້ອມດຽວກັນ, ທ່ານເຈົ້າແຂວງຍັງໄດ້ຮຽກຮ້ອງໃຫ້ບໍລິສັດຊ່ວຍສົ່ງເສີມໃຫ້ປະຊາຊົນມີວຽກເຮັດງານທຳ ເພື່ອພັດທະນາຊີວິດການເປັນຢູ່ດີຂຶ້ນ.