ໃນອາທິດຜ່ານມາ, ພັທ ກອງແກ້ວ ຫັດສະຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ພ້ອມຄະນະ ໄດ້ສືບຕໍ່ລົງເຜີຍແຜ່ແຜນປ້ອງກັນວັນສຳຄັນຕ່າງໆຂອງພັກ-ຂອງຊາດ ແລະ ງານບຸນປະເພນີຂອງບັນດາເຜົ່າຢູ່ແຂວງອຸດົມໄຊ ປະຈຳປີ 2020-2021 ທີ່ກອງ ບັນຊາການ ປກສ ເມືອງງາ ແຂວງອຸດົມໄຊ; ມີ ພັທ ຄຳພຸດ ຕາວິລົມ ກຳມະການພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງງາ, ພ້ອມດ້ວຍພະນັກງານຫຼັກແຫຼ່ງພາຍໃນກຳລັງ ປກສ ເມືອງດັ່ງກ່າວເຂົ້າຮ່ວມ.

ໃນການລົງເຜີຍແຜ່ຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນເຊື່ອມຊຶມແຜນແມ່ບົດປ້ອງກັນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຕິດພັນກັບແຜນການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ, ຄຳສັ່ງວ່າດ້ວຍການເພີ່ມທະວີວຽກງານປ້ອງ ກັນຄວາມສະຫງົບ ໃຫ້ແກ່ວັນສຳຄັນຕ່າງໆຂອງພັກ-ຂອງຊາດ ແລະ ບຸນປະເພນີບັນດາເຜົ່າທີ່ຈະມາເຖິງນີ້ ໃຫ້ເຕັມໄປດ້ວຍເນື້ອໃນ, ບັນຍາກາດຟົດຟື້ນ ແລະ ມີຄວາມສະຫງົບປອດໄພໂດຍພື້ນຖານ ແລະ ຄະນະພັກ ປກສ ແຂວງ ຍັງໄດ້ຊຸກຍູ້ໃຫ້ກຳລັງປ້ອງກັນຄວາມ ສະຫງົບ ເມືອງພ້ອມກັນນຳເອົາບັນດາເນື້ອໃນຈິດໃຈດັ່ງກ່າວຫັນເປັນແຜນການລະອຽດເຂົ້າໃນການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ສຸມທຸກກໍາລັງແຮງສັງລວມເຂົ້າໃນການປ້ອງກັນ-ສະກັດກັ້ນ, ແກ້ໄຂເລ່ລ່ຽມກົນອຸບາຍຂອງກຸ່ມຄົນບໍ່ຫວັງດີ ກໍຄືເປົ້າໝາຍກໍ່ ອາດຊະຍາກໍາດ້ານຕ່າງໆ ທີ່ພາໃຫ້ເກີດ ມີບັນຫາປະກົດການຫຍໍ້ທໍ້ພາຍໃນສັງ ຄົມໃຫ້ຫຼຸດລົງຢ່າງຈະແຈ້ງ, ຊຸກຍູ້ທົ່ວປວງຊົນເຂົ້າຮ່ວມເຮັດໜ້າທີ່ ປກຊ-ປກສ ຢ່າງຕັ້ງໜ້າ; ຖືເອົາວຽກງານລົງກໍ່ສ້າງຮາກຖານການເມືອງຢູ່ຂັ້ນທ້ອງຖິ່ນຢ່າງແຂງແຮງ ແລະ ປະຕິບັດມະຕິຂອງຄະນະພັກແຂວງອຸດົມໄຊ ຄັ້ງທີ IX ກ່ຽວກັບ 4 ໃຈກາງຂອງວຽກງານປ້ອງກັນຄວາມສະຫງົບ ເພື່ອຮັບປະກັນເຮັດໃຫ້ແຂວງອຸດົມໄຊມີສະຖຽນລະພາບທາງການເມືອງ ແລະ ເປັນລະບຽບຮຽບຮ້ອຍທາງສັງຄົມ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນດຽວກັນ, ກອງບັນຊາການ ປກສ ເມືອງໄຊ ກໍໄດ້ຈັດຕັ້ງເຊື່ອມຊຶມບັນດານິຕິກຳຕ່າງໆ ແລະ ແຜນວຽກງານປ້ອງກັນຄວາມສະຫງົບເມືອງໄຊ ເຊັ່ນດຽວກັນ; ໂດຍການເປັນປະທານຂອງ ພັອ ຄຳແຮ ກັນທະນີ ຮອງຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ມີ ພັທ ຄຳແພງ ໂພທິດາ ຫົວໜ້າກອງ ບັນຊາ ປກສ ເມືອງໄຊ, ບັນດາຄະນະພັກ-ຄະນະບັນຊາ ແລະ ຄະນະຮັບຜິດຊອບຈາກ ປກສ ແຂວງ ຕະຫຼອດຮອດພະນັກງານ-ນັກຮົບທົ່ວກຳລັງ ປກສ ເມືອງດັ່ງກ່າວ ເຂົ້າຮ່ວມ.