ໃນວັນທີ 12 ພະຈິກ ຜ່ານມານີ້, ພະແນກຊາວໜຸ່ມວິທະຍາຄານກົມມະດໍາ ເປີດກອງປະຊຸມຊາວໜຸ່ມທົ່ວວິທະຍາຄານກົມມະດໍາຂຶ້ນ. ພາຍໃຕ້ການເປັນປະທານຂອງ ພັທ ປອ ສົມໄຫວ ແໜງໄຊຄຸນ ຫົວໜ້າຫ້ອງການເມືອງ ວິທະຍາຄານກົມມະດໍາ ມີຄະນະພັກ-ຄະນະບັນຊາ ຄະນະຫ້ອງ-ຄະນະກອງພັນ ພະນັກງານ-ນັກ ຮົບ ແລະ ຊາວຫນຸ່ມທົ່ວວິທະຍາຄານເຂົ້າຮ່ວມ.

ພັທ ວັນດີ ພອນວິໄລ ຫົວໜ້າ ພະແນກຊາວໜຸ່ມ ວິທະຍາຄານກົມມະດໍາ ໄດ້ຂຶ້ນເຜີຍແຜ່ຮ່າງບົດລາຍງານການເມືອງຕໍ່ກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ 8 ແລະ ມະຕິຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ 8. ຈາກນັ້ນ, ສະຫາຍ ພັທ ປອ ສົມໄຫວ ແໜງໄຊຄຸນ ຫົວໜ້າຫ້ອງການເມືອງ ວິທະຍາຄານກົມມະດໍາ ໄດ້ໃຫ້ກຽດຂຶ້ນບັນລະຍາຍບົດໂອ້ລົມຂອງ ທ່ານ ພົອ ຈັນສະໜອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ບົດຄໍາເຫັນຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລຂາຄະບໍລິຫານງານ ສຊປລ, ສະມະຊິກສະພາແຫ່ງຊາດ ຊຸດທີ 8 ຕໍ່ກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ 8 ໃນວັນ ທີ 3 ກັນຍາ 2020 ຕໍ່ກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ 8.

ທັ້ງນີ້ ກໍເພື່ອແນໃສ່ ເຮັດໃຫ້ຊາວໜຸ່ມທົ່ວວິທະຍາຄານກົມມະດໍາ ຮັບຮູ້ເຊື່ອມຊຶມບັນດາເນື້ອໃນກົດລະບຽບຂອງຄະນະບໍລິຫານຊາວໜຸ່ມປະຊາຊົນ ປະຕິວັດລາວ ສຸມໃສ່ກວດກາປັບປຸງກໍ່ສ້າງການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນໃຫ້ມີຄວາມໜັແໜ້ນເຂັ້ມແຂງ, ມີການຈັດຕັ້ງທີ່ເຂັ້ມ ແຂງ ຈຶ່ງສາມາດນໍາພາການຈັດຕັ້ງຊາວໜຸ່ມໃຫ້ເຄື່ອນໄຫວໄປລວງດຽວຢ່າງພ້ອມພຽງໄດ້, ໂຄງປະກອບການຈັດຕັ້ງຕ້ອງໃຫ້ຖືກຕ້ອງຕາມລະບຽບການ, ບັນຫາສໍາຄັນພະນັກງານຊາວໜຸ່ມຕ້ອງເປັນຜູ້ທີ່ມີເງື່ອນໄຂມາດຖານຄົບຖ້ວນ, ມີຄວາມຮູ້, ຄວາມສາມາດ, ຮູ້ຫັນເອົາແນວທາງນະໂຍບາຍຂອງພັກ, ໜ້າທີ່ການເມືອງຂອງກອງທັບ, ຂອງກົມກອງມາຈັດຕັ້ງປະຕິບັດ, ພ້ອມທັງມີວິທີການ, ມາດຕະການທີ່ແທດເໝາະໃນການປະຕິບັດພາລະບົດບາດຂອງຕົນໃຫ້ມີປະສິດທິຜົນສູງ, ມີຄວາມສາມາດໃນການນໍາພາ ເຕົ້າໂຮມຄວາມສາມັກຄີ ແລະ ເປັນແບບຢ່າງນໍາໜ້າໃນຂະບວນການຂອງຊາວໜຸ່ມທຸກການເຄື່ອນໄຫວຂອງຊາວໜຸ່ມຕ້ອງປິ່ນອ້ອມໜ້າທີ່ການເມືອງຂອງກົມກອງ ແລະ ຕິດພັນກັບຜົນປະໂຫຍດຕົວຈິງຂອງປະເທດຊາດ ແລະ ສັງຄົມ.

ຂ່າວ-ພາບ ຮທ ນາງ ຂັນທະລີ ທໍາມະວົງ