ກົມໃຫຍ່ພະລາທິການ ປກສ ລົງຊຸກຍູ້ຕິດຕາມວຽກງານຢູ່ກອງບັນຊາການ ປກສ ແຂວງຄຳມ່ວນ

0
704

ໃນອາທິດຜ່ານມາ, ພັອ ຄຳແພງ ລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ພ້ອມດ້ວຍຄະນະ ໄດ້ລົງມາເຄື່ອນໄຫວຊຸກຍູ້ຊີ້ນຳວຽກ ງານພະລາທິການ ຢູ່ກອງບັນຊາການ ປກສ ແຂວງຄຳມ່ວນ, ໃຫ້ການຕ້ອນຮັບໂດຍ ພັທ ຄຳສິງ ນົນຖະສອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີຄະນະຫ້ອງອ້ອມຂ້າງ ປກສ ແຂວງ, ກອງພັນປ້ອງກັນເຄື່ອນທີ່, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ປກສ 10 ເມືອງເຂົ້າຮ່ວມ.

ພັທ ອຸ່ນເຮືອນ ເຕື່ອງໄມຕີ ຫົວໜ້າຫ້ອງພະລາທິການ ປກສ ແຂວງໄດ້ລາຍງານສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານພະລາທິ ການ ປກສ ແຂວງຄຳມ່ວນ ແຕ່ເດືອນມັງກອນ ຫາ ເດືອນຕຸລາ 2020 ວ່າ: ຄະນະພັກຄະນະຫ້ອງພະລາທິການ ປກສ ແຂວງໄດ້ເປັນເຈົ້າ ການຈັດຕັ້ງປະຕິບັດແຜນລາຍຮັບລາຍຈ່າຍງົບປະມານ ປີ 2020 ຫັນເຂົ້າສູ່ລະບຽບຫຼັກການການເງິນ ແລະ ມີຄວາມຮັບຜິດຊອບສູງ,ໄດ້ເອົາໃຈໃສ່ຄຸ້ມຄອງລາຍຮັບລາຍຈ່າຍງົບປະມານ ທີ່ກະຊວງ ກໍຄື ກົມໃຫຍ່ພະລາທິການ ປກສ ອະນຸມັດໃຫ້ຫັນເຂົ້າສູ່ລະບຽບຫຼັກການແລະ ກົດໝາຍເທື່ອລະກ້າວ, ຮັບປະກັນການເບີກຈ່າຍເຄື່ອງນຸ່ງຫົ່ມໃຫ້ພະນັກງານນັກຮົບຄົບຖ້ວນ ແລະ ຖືກເປົ້າໝາຍຕາມລະບອບອັດຕາຂອງເຫຼົ່າລົບວິຊາສະເພາະ,ໄດ້ກວດກາ,ຄຸ້ມຄອງການສັນຍາຊື້ເຂົ້າຂອງແຕ່ລະກົມກອງຕາມລາຄາທີ່ທາງກອງບັນຊາການກຳນົດໃຫ້ຢ່າງເປັນເອກກະພາບ ແລະ ມີເຂົ້າແຮໄວ້ຈຳນວນໜຶ່ງ, ເອົາໃຈໃສ່ກວດກາສຸຂະພາບ ແລະ ປິ່ນປົວພະຍາດໃຫ້ແກ່ພະນັກງານຂັ້ນນຳຂັ້ນບັນຊາ ແລະ ພະນັກ ງານນັກຮົບໃນທົ່ວກຳລັງ ແລະ ພໍ່ແມ່ປະຊາຊົນທີ່ມາໃຊ້ບໍລິການ,ຈັດຕັ້ງເວນຍາມປະຈຳການປິ່ນປົວຄົນເຈັບຕະຫຼອດ 24 ຊົ່ວໂມງ, ສົ່ງເສີມພະນັກງານນັກຮົບຜູ້ທີ່ມີເງື່ອນໄຂສ້າງເສດຖະກິດຄອບຄົວ ຖືກຕ້ອງຕາມແນວທາງຂອງພັກເພິ່ງຕົນເອງ,ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ,ໄດ້ເກັບກຳຂໍ້ມູນການຜະລິດປະຈຳປີ 2020ສຳເລັດ.

ໃນໂອກາດນີ້, ພັອ ຄໍາແພງ ລາວລີ ໄດ້ເນັ້ນໃຫ້ຄະນະພັກ-ຄະນະຫ້ອງພະລາທິການ ປກສ ແຂວງເອົາໃຈໃສ່ຈັດຕັ້ງປະຕິບັດງົບປະມານປະຈຳປີ 2021ໃຫ້ສຳເລັດຕາມຄາດໝາຍ ແລະມີປະສິດທິຜົນສູງ,ເອົາໃຈໃສ່ຂຸດຄົ້ນຈັດເກັບລາຍຮັບວິຊາການຢູ່ແຕ່ລະກົມກອງໃຫ້ເຂົ້າລວມສູນປະ ຕູດຽວຢູ່ພະລາທິການຕາມຄໍາສັ່ງແນະນຳຂອງກົມໃຫຍ່ພະລາທິການ,ຍົກສູງວຽກງານຮັກສາສຸຂະພາບໃຫ້ພະນັກງານນັກຮົບໃນກຳລັງ, ເນັ້ນຄຸນນະພາບການປິ່ນປົວໃຫ້ສູງຂຶ້ນ ແລະ ສູ້ຊົນຮັກສາອັດຕາສ່ວນກຳລັງພົນແຂງແຮງໃຫ້ໄດ້ 90%ຂຶ້ນໄປ.