ພິທີມອບ-ຮັບໜ້າທີ່ຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ລະຫວ່າງ ພັທ ສົມສັກ ສີປະເສີດ ຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງຫຼວງນໍ້າທາ (ຜູ້ເກົ່າ) ແລະ ພັທ ສີວອນ ອິນດາວົງ ຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ (ຜູ້ໃໝ່); ໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2020, ເຂົ້າຮ່ວມມີ ພັທ ຄຳຕຸ່ນ ບຸນລຽງຂັນ ຮອງຫົວໜ້າກອງ ບັນຊາການ ປກສ ແຂວງ, ມີຫົວໜ້າຄະ ນະຫ້ອງ, ກອງ, ຄ້າຍ, ຫົວໜ້າພະແນກ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ໃນພິທີ, ພັທ ສົມສັກ ສີປະເສີດ ໄດ້ຂຶ້ນລາຍງານໃນການຊີ້ນໍາ-ນໍາພາວຽກ ງານຕະຫຼອດໄລຍະຜ່ານມາ ໂດຍສະ ເພາະແມ່ນ ທີ່ຕັ້ງຈຸດພິເສດ ແລະ ພາລະ ບົດບາດຂອງຫ້ອງ, ດ້ານໂຄງຮ່າງການ ຈັດຕັ້ງ ແລະ ບຸກຄະລາກອນ, ດ້ານການຊີ້ນຳ-ນໍາພາລວມ ລະຫວ່າງວຽກງານ
ເພື່ອໃຫ້ຫົວໜ້າຫ້ອງການຜູ້ໃໝ່ສືບຕໍ່ຊີ້ນໍາ-ນໍາພາ, ປະຕິບັດໜ້າທີ່ວຽກງານໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ສຳເລັດ ຕໍ່ການມອບໝາຍຂອງຂັ້ນເທິງ.

ຈາກນັ້ນ, ຫົວໜ້າຫ້ອງການກອງ ບັນຊາການ ປກສ ແຂວງຫຼວງນໍ້າທາ ຜູ້ເກົ່າ ແລະ ຜູ້ໃໝ່ ກໍໄດ້ລົງນາມເຊັ່ນບົດບັນທຶກການມອບ-ຮັບໜ້າທີ່ ຢ່າງເປັນ ທາງການ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ພັທ ຄໍາຕຸ່ນ ບຸນລຽນຂັນ, ມີຄະນະຫ້ອງ, ພະແນກ, ພະນັກງານຫຼັກແຫຼ່ງ.

ໂອກາດດັ່ງກ່າວ, ພັທ ຄໍາຕຸ່ນ ບຸນ ລຽນຂັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ກ່າວສະແດງຄໍາຍ້ອງຍໍຊົມເຊີຍຕໍ່ຫົວໜ້າຜູ້ເກົ່າ ທີ່ສາມາດຍາດຜົນງານອັນພົ້ນເດັ່ນຫຼາຍດ້ານໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ຫົວໜ້າຫ້ອງການຜູ້ໃໝ່ ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນ ໜາ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ການເຮັດວຽກຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເປັນສຳຄັນໃນການຕັດສິນບັນຫາຕ່າງໆຮ່ວມກັນຢ່າງສັນຕິ.