ກອງບັນຊາການທະຫານ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບຜູ້ທີ່ມີຜົນງານດີເດັ່ນ, ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນຕາມລະບຽບ, ກົດໝາຍຂອງກໍາລັງ ຂຶ້ນໃນອາທິດຜ່ານມາ; ເປັນປະທານ ແລະ ປະດັບຊັ້ນໂດຍ ພັອ ໄວຍາກອນ ເພັດສະລາດ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານ ແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ, ພະນັກງານຫຼັກແຫຼ່ງກົມກອງ ອ້ອມຂ້າງ, ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ໄຊຍະພົນ ດວງເງິນ ຫົວໜ້າພະແນກກຳລັງພົນ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຂຶ້ນກັບກອງບັນຊາການທະຫານ ແຂວງໄຊຍະບູລີ; ໂດຍອີງຕາມຂໍ້ກໍານົດວ່າດ້ວຍລະບຽບການຂອງນາຍສິບ ແລະ ພົນທະຫານ ໃນກອງທັບປະຊາຊົນລາວ (ສະບັບປັບປຸງ) ສະບັບເລກທີ 1681/ກປທ ລົງວັນທີ 12 ພຶດສະພາ 2016 ແລະ ອີງຕາມການຄົ້ນຄວ້ານຳສະເໜີຂອງກົມກໍາລັງພົນ ກົມໃຫຍ່ເສນາທິການກອງທັບ ຕົກລົງເລື່ອນຊັ້ນສິບເອກ ຂຶ້ນ ວາທີ ຈຳນວນ 86 ສະຫາຍ.

ໃນພີທີ, ພັອ ໄວຍາກອນ ເພັດສະລາດ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເປັນແບບຢ່າງທີ່ດີໃນການເຄື່ອນໄຫວເຮັດໜ້າທີ່ ແລະ ການດຳລົງຊີວິດທີ່ປອດໃສຂາວສະອາດ, ພ້ອມກັນເພີ່ມທະວີຄວາມສາມັກຄີໃນໝູ່ຄະນະໃຫ້ເລິກເຊິ່ງ, ມີແບບແຜນວິທີເຮັດວຽກທີ່ດີ ແລະ ມີວິທະຍາສາດ; ພ້ອມກັນສືບຕໍ່ເຮັດສໍາເລັດໜ້າການ ເມືອງ ທີ່ໄດ້ຮັບການມອບໝາຍໃຫ້ມີປະສິດທິພາບສູງ.