ຜ່ານແຜນເຄື່ອນໄຫວໂຄສະນາ-ປະດັບປະດາ ແລະ ປາຖະກະຖາວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 60 ປີ

0
1110

ວັນທີ 17 ພະຈິກ 2020,ກະຊວງ ປກສ ໄດ້ຜ່ານແຜນການເຄື່ອນໄຫວໂຄສະນາປະດັບປະດາ-ປາຖະກະຖາ ແລະ ດໍາເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນຄົບຮອບ 60 ( 5 ເມສາ 1961 -5 ເມສາ 2021 ).ໂດຍມີ ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ປກສ ທັງເປັນຫົວໜ້າອະນຸກໍາມະການໂຄສະນາປາຖະກະຖາ ແລະ ດໍາເນີນການຊີວິດການເມືອງ, ພ້ອມດ້ວຍໜ້າກົມກອງອ້ອມຂ້າງກະຊວງ, ອະນຸກໍາມະການ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.

ພັອ ສອນພະຈັນ ທໍາມະວົງ ຫົວໜ້າກົມໂຄສະນາອົມຮົມ ກົມໃຫຍ່ການເມືອງ ປກສ ທັງເປັນຄະນະອະນຸກໍາມະການໂຄສະນາປາຖະກະຖາ ແລະ ດໍາເນີນການຊີວິດການເມືອງ ໄດ້ຜ່ານແຜນການດັ່ງກ່າວ ວ່າ: ເນື້ອໃນໂຄສະນາ,ປາຖະກະຖາ ແລະ ດໍາເນີນຊີວິດການເມືອງ ແມ່ນການປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອອັນສະຫງ່າງາມຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ ພາຍໃຕ້ການນໍາພາໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງພັກປະຊາຊົນ ປະຕິວັດລາວ; ເອກະສານສຶກສາອົບຮົມກ່ຽວກັບວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ ໂດຍຕິດພັນກັບບັນດາເຫດການທາງປະຫວັດສາດ ແລະ ການແກ້ໄຂຄະດີໃຫຍ່ໆ ທີ່ຜູ້ປາຖະກະຖາໄດ້ເຂົ້າຮ່ວມຕົວຈິງ ຫຼື ເກັບກໍາຂໍ້ມູນໄດ້ຢ່າງລະອຽດ; ເອກະສານຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດຂອງພະນັກ ງານນັກຮົບໃນໄລຍະໃໝ່ ແລະ ເອກະສານປັບປຸງແບບແຜນວິທີເຮັດວຽກ ແລະ ຍົກສູງຄວາມສາມາດການນໍາພາຂອງຄະນະພັກ.

ໂຄສະນາປຸກລະດົມຂະບວນການປະດັບປະດາຕິດທຸງທິວ, ທຸງຢ່ອນ, ປ້າຍຄໍາຂວັນ, ປ້າຍປາໂນ-ບິວບອດ,ປ້າຍເອເລັກໂຕຼນິກ (ປ້າຍໄຟຟ້າຕົວ ໜັງສືເລື່ອນ ຫຼື LED) ຕາມປະຕູໂຂງ, ອ້ອມຮົ້ວທາງເຂົ້າຕຶກກະຊວງ, ຫໍພິພິທະພັນກໍາລັງປ້ອງກັນຄວາມສະຫງົບ, ສະໂມສອນໃຫຍ່ຂອງກະ ຊວງ ປກສ ຫຼັງໃໝ່, ຕາມຖະໜົນສາຍຫຼັກ ແລະ ຈຸດສໍາຄັນຕ່າງໆໃນນະຄອນຫຼວງວຽງຈັນເລີ່ມແຕ່ເດືອນມີນາ 2021; ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອອໍານວຍຄວາມສະດວກໃຫ້ແກ່ວຽກງານໂຄສະນາປະດັບປະດາ-ປຸກລະດົມຂະບວນການປະກອບສ່ວນຊຸກຍູ້ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ ໃຫ້ກວ້າງຂວາງ ແລະ ຟົດຟື້ນ;ຈັດຕັ້ງໂຄສະນາ ແລະ ປາຖະກະຖາຢູ່ກະຊວງ ປກສ 1 ຄັ້ງ; ດໍາເນີນຊີວິດການເມືອງ ຢູ່ກົມກອງອ້ອມຂ້າງກະຊວງ 2 ຊຸດ ແລະ ປກສ ແຂວງ-ນະຄອນຫຼວງ 2 ຊຸດ; ເຮັດຄໍາສັ່ງແນະນໍາຂອງກົມໃຫຍ່ການເມືອງ ປກສ ວ່າດ້ວຍການຈັດຕັ້ງຜັນຂະຫຍາຍໃຫ້ກວ້າງຂວາງ ແລະ ເລິກເຊິ່ງໃນຂອບເຂດທົ່ວປະເທດ.

ທັງນີ້ ກໍເພື່ອແນໃສ່ເຮັດໃຫ້ທົ່ວພັກ,ທົ່ວກໍາລັງປະກອບອາວຸດ ແລະທົ່ວປວງຊົນລາວໄດ້ຮັບຮູ້ເຂົ້າໃຈແຈ້ງ ແລະ ເຊື່ອມຊຶມຢ່າງເລິກເຊິ່ງ,ເຫັນໄດ້ທາດແທ້ມູນເຊື້ອການຕໍ່ສູ້ພິລະອາດຫານ, ນ້ໍາໃຈເສຍສະຫຼະອັນສູງສົ່ງ, ຜົນງານໄຊຊະນະອັນໃຫຍ່ຫຼວງ, ປະຫວັດການກໍາເນີດເຕີບໃຫຍ່ຂະຫຍາຍຕົວ ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ພາຍໃຕ້ການ ນໍາພາເດັດຂາດ, ໂດຍກົງ ແລະ ຮອບດ້ານຂອງພັກປະຊາຊົນປະຕິ ວັດລາວ ຕະຫຼອດໄລຍະ 60 ປີຜ່ານມາ. ພ້ອມກັນນີ້, ຍັງໄດ້ຜ່ານແຜນງົບປະມານໃນການເຄື່ອນໄຫວໂຄສະນາປະດັບປະດາ-ປາຖະກະຖາ ແລະດໍາເນີນຊີວິດການເມືອງຕຶ່ມອີກ.

ພາບ-ຂ່າວ: ຄຳໂຖ ວັນນະລາດ