ລປພ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ອົງຄະນະພັກກະຊວງປກສ

0
1204

ໃນວັນທີ 28 ຕຸລາ 2020,ລັດວິສະຫະກິດ ລາວບໍລິການຄວາມປອດໄພ-ລະຫວ່າງປະເທດ (ລປພ) ກະຊວງ ປກສ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ອົງຄະນະພັກກະຊວງ ປກສ ເພື່ອໃຫ້ສະມາຊິກພັກພາຍໃນ ລປພ ໄດ້ມີຄວາມຮັບຮູ້,ເຂົ້າໃຈແຈ້ງ,ກຳແໜ້ນ ແລະ ມີຄວາມເປັນເອກະພາບສູງຕໍ່ກັບບັນດາເນື້ອໃນເອກະສານ ແລະ ພ້ອມກັນສືບຕໍ່ຄົ້ນຄວ້າເນື້ອໃນທີ່ມະຕິກອງປະຊຸມຜູ້ແທນຄັ້ງທີ V ຂອງອົງຄະນະພັກກະຊວງປກສ ວາງອອກ ແລ້ວນໍາໄປຈັດຕັ້ງຜັນຂະຫຍາຍເປັນແຜນງານລະອຽດ ແລະ ປະຕິບັດໃຫ້ປະກົດຜົນເປັນຈິງ.

ພັທ ລີຕູ້ ມີໄຊຕູ້ ຜູ້ອຳນວຍການ ລປພ ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ອົງຄະນະພັກກະຊວງ ປກສ ໄດ້ມີການຄົ້ນຄວ້າ ແລະ ຮັບຮອງເອົາຢ່າງເປັນເອກະສັນບົດລາຍງານການເມືອງຂອງຄະນະບໍລິຫານງານພັກກະຊວງ ສະໄໝທີ IV ເປັນຕົ້ນແມ່ນໄດ້ຕີລາຄາຢ່າງເລິກເຊິງຕໍ່ບັນດາສາເຫດທີ່ພາໃຫ້ມີຂໍ້ຄົງຄ້າງແລະຖອດຖອນບົດຮຽນການຈັດຕັ້ງຜ່ານມາ,ດ້ານວຽກງານປັບປຸງກໍ່ສ້າງພັກກໍາລັງປ້ອກັນຄວາມ ສະຫງົບໃຫ້ປອດໃສ ໜັກແໜ້ນ, ໄດ້ຮັບຟັງການລາຍງານ ແລະ ປະກອບຄຳຄິດຄຳເຫັນຈາກຕ່າງໜ້າບັນດາອົງຄະນະພັກ, ກົມກອງວິຊາສະເພາະ ແລະ ຮັບຮອງເອົາບົດສໍາຫຼວດການນໍາພາຂອງຄະນະບໍລິຫານງານພັກກະຊວງສະໄໝທີIV ໂດຍຕີລາຄາສູງຕໍ່ຄວາມພະຍາຍາມຕັ້ງໜ້າ, ຄວາມເປັນເຈົ້າການປະດິດສ້າງ ແລະ ການສູ້ຊົນນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ.

ກອງປະຊຸມບັນດາຜູ້ແທນສົມບູນ ຍັງໄດ້ໃຊ້ສິດປະຊາທິປະໄຕ ໃນການປ່ອນບັດຄັດເລືອກເອົາຄະນະບໍ ລິຫານງານພັກກະຊວງຊຸດທີ V,ເຊິ່ງມີຜູ້ລົງສະໝັກ 31 ສະຫາຍ, ເລືອກເອົາ 27 ສະຫາຍ.ໃນນັ້ນ, ໄດ້ເປັນເອກະສັນເລືອກເອົາເລຂາ-ຮອງເລຂາຄະນະພັກ ກະຊວງ 3 ສະຫາຍ, ເລືອກເອົາຄະນະປະຈໍາພັກກະຊວງ 9 ສະຫາຍ ແລະ ເລືອກເອົາປະທານ-ຮອງປະທານກວດກາ 4 ສະຫາຍ.

ພາບ-ຂ່າວ: ບຸນພະຈັນ ຄຳແສນໂຄດ