ແຂວງອຸດົມໄຊ ໄດ້ປິດກອງປະຊຸມແນະນໍາວຽກງານຫັນລົງກໍ່ສ້າງຮາກຖານການເມືອງໄລຍະສັ້ນ ປະຈໍາປີ 2020-2021; ທີ່ໄດ້ໄຂຂຶ້ນໃນວັນທີ 12 ພະຈິກ ແລະ ໄດ້ປິດລົງດ້ວຍຜົນສຳເລັດໃນວັນທີ 13 ພະຈິກ 2020, ເປັນປະທານໂດຍ ທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ.

ກອງປະຊຸມບັນດາການນໍາແຂວງ, ພະແນກການໄດ້ຮັບຟັງການເຜີຍແຜ່ເນື້ອໃນຈິດໃຈ ແລະ ຈຸດປະສົງເປົ້າໝາຍຂອງວຽກງານການລົງກໍ່ສ້າງຮາກຖານການເມືອງ; ແນໃສ່ເຮັດໃຫ້ຄະນະພັກ, ຄະນະນຳຮັບຮູ້, ເຂົ້າໃຈ ແລະ ໃຫ້ຄວາມຮ່ວມມື ພ້ອມທັງອຳນວຍຄວາມສະດວກໃຫ້ແກ່ພະນັກງານທີ່ຈະລົງວຽກງານຫັນລົງກໍ່ສ້າງຮາກຖານ; ນອກນັ້ນ, ກໍໄດ້ຮັບຟັງການຜ່ານຮ່າງເນື້ອໃນການເຄື່ອນໄຫວໃນການລົງກໍ່ສ້າງຮາກຖານ ພ້ອມທັງເຜີຍແຜ່, ແນະນໍາຮູບແບບ, ວິທີການ, ຂັ້ນຕອນ, ພາລະບົດບາດ, ໜ້າທີ່, ເປົ້າໝາຍ ແລະ ຂໍ້ຫ້າມຕ່າງໆ ໃຫ້ແກ່ພະນັກງານຜູ້ທີ່ຈະລົງຈັດຕັ້ງປະ ຕິບັດຕົວຈິງໄດ້ຮັບຮູ້, ເຂົ້າໃຈ, ເຮັດໃຫ້ວຽກງານການລົງກໍ່ສ້າງຮາກຖານໃນຄັ້ງນີ້ມີຜົນສຳເລັດຕາມລະດັບຄາດໝາຍ.

ການລົງກໍ່ສ້າງໃນຄັ້ງນີ້ແມ່ນໄດ້ກຳນົດເອົາເມືອງລະ 1 ບ້ານ ໂດຍກຳນົດເອົາບ້ານທີ່ມີຄວາມທຸກຍາກທີ່ສຸດກຳ ນົດເວລາໃນການລົງກໍ່ສ້າງຮາກຖານ ທັງໝົດ 6 ເດືອນ ຄາດວ່າຈະປັບປຸງເນື້ອໃນເອກະສານໃຫ້ສຳເລັດ ແລະ ພ້ອມກັນຈັດຕັ້ງປະຕິບັດໃນເດືອນທັນວາຂອງປີນີ້; ສ່ວນພະນັກງານທີ່ຈະລົງກໍ່ສ້າງຮາກຖານ, ແມ່ນກຳນົດເອົາພະນັກງານຂັ້ນແຂວງ ແລະ ເມືອງ ທີ່ເປັນເປົ້າໝາຍຈະສ້າງ ແລະ ພັດທະນາໃຫ້ເປັນພະນັກງານນຳພາໃນຕໍ່ໜ້າ.

ໂດຍລວມແລ້ວ, ການຈັດຕັ້ງປະຕິບັດວຽກງານການລົງກໍ່ສ້າງຮາກຖານການເມືອງໃນຄັ້ງນີ້, ກໍເພື່ອປັບປຸງເຮັດໃຫ້ວຽກງານການເມືອງ ພາຍໃນຂອບເຂດທົ່ວແຂວງອຸດົມໄຊ ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການພັດທະນາດີຂຶ້ນ ທັງເປັນການກໍ່ສ້າງ ແລະ ພັດທະນາພະນັກງານເປົ້າໝາຍທີ່ຈະເປັນພະນັກງານນຳພາໃນຕໍ່ໜ້າຕື່ມອີກ.