ໃນວັນທີ 17 ພະຈິກ 2020, ພັທ ສຸວັດ ເທບສົມບັດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊີ້ນຳວຽກງານປ້ອງກັນຄວາມສະຫງົບ ຢູ່ກອງບັນຊາການ ປກສ ເມືອງເຊບັ້ງໄຟ; ຕ້ອນຮັບໂດຍ ພັທ ບຸນກອງ ສີສຸຂະລາດ ຫົວໜ້າກອງບັນຊາການ ປກສ ເມືອງເຊບັ້ງໄຟ, ມີບັນດາຄະນະກອງບັນຊາການ ປກສ ເມືອງ, ຫົວໜ້າພະແນກ-ຮອງພະແນກ, ຫົວໜ້າ-ຮອງຫົວໜ້າ ປກສ ກຸ່ມອ້ອມຂ້າງເມືອງ ເຂົ້າຮ່ວມ.

ພັທ ບຸນທົງ ໄຊປັນຍາ ຮອງຫົວໜ້າກອງບັນຊາການ ປກສ ເມືອງເຊບັ້ງໄຟ ໄດ້ລາຍງານສະພາບ ແລະ ຈຸດພິເສດຂອງເມືອງເຊບັ້ງໄຟ ວ່າ: ໃນໄລຍະ 1 ປີ ຜ່ານມາ, ຄະນະພັກ-ຄະນະກອງບັນຊາ ການ ປກສ ເມືອງ ໄດ້ປັບປຸງລະບົບການຈັດຕັ້ງຂັ້ນພະແນກ, ຂັ້ນໜ່ວຍງານ ແລະ ຂັ້່ນ ປກສ ກຸ່ມບ້ານ; ເພື່ອເຮັດໃຫ້ລະບົບການຈັດຕັ້ງ ປກສ ເມືອງ ມີຄວາມໜັກແໜ້ນເຂັ້ມແຂງ, ເຮັດໃຫ້ການເຄື່ອນໄຫວວຽກງານວິຊາສະເພາະຂອງກຳລັງມີຄວາມສຳເລັດຕາມການມອບໝາຍຂອງຂັ້ນເທິງ ຄຽງຄູ່ກັບການເອົາໃຈໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນແມ່ນບັນຫາຢາເສບຕິດ, ຂີ້ລັກງັດແງະ, ນັກເລງອັນຕະພານ, ບັນຫາອຸບັດຕິເຫດ ແລະອື່ນໆ.

ພ້ອມນີ້, ເມືອງເຊບັ້ງໄຟ ມີຄະດີເກີດຂຶ້ນທັງໝົດ 33 ເລື່ອງ; ໃນນີ້ ຄະດີອາຍາ ມີ 11 ເລື່ອງ ສາມາດມ້າງໄດ້ 8 ເລື່ອງ, ຕ້ອງຫາ 13 ຄົນ, ຍັງ ດຳເນີນການສືບສວນ-ສອບສວນ ຢູ່ 3 ເລື່ອງ; ມີຜົນເສຍຫາຍ ເປັນເງິນກີບ 2.100.000 ກີບ; ລົດປັ່ນເຂົ້າ 1 ຄັນ, ສາຍຄໍຄຳໜັກ 9 ບາດ, ໝໍ້ໄຟລົດໃຫຍ່ 4 ໜ່ວຍ; ສາມາດເກັບກູ້ຜົນເສຍຫາຍຄືນມາໄດ້ ມີ: ໝໍ້ໄຟລົດໃຫຍ່ 4 ໜ່ວຍ, ສາຍຄໍຄຳ 1 ເສັ້ນ, ນ້ຳໜັກ 2 ສະຫຼືງ, ລົດ ປັ່ນເຂົ້າ 1 ຄັນ ແລະ ມີຄະດີຢາເສບຕິດເກີດຂຶ້ນທັງໝົດ 21 ເລື່ອງ; ກັກຜູ້ຖືກຫາ 66 ຄົນ ຍິງ 1 ຄົນ; ຢຶດຂອງກາງຢາບ້າ ໄດ້ 554 ເມັດ, ກັກລົດຈັກ 4 ຄັນ, ລົດໃຫຍ່ 1 ຄັນ, ໂທລະສັບ 4 ເຄື່ອງ; ມີອຸບັດຕິເຫດເກີດຂຶ້ນທັງໝົດ 25 ເລື່ອງ; ພາຫະນະເປ່ ທັງໝົດ 45 ຄັນ, ເປ່ເພເລັກ ໜ້ອຍ 32 ຄັນ; ເປ່ເພສົມຄວນ 12 ຄັນ, ນຳໃຊ້ບໍ່ໄດ້ 1 ຄັນ ແລະ ອັກຄີໄພເກີດຂຶ້ນທັງໝົດ 3 ເລື່ອງ ລວມມູນຄ່າເສຍຫາຍ 219. 430.000 ກີບ.

ໃນໂອກາດນີ້, ພັທ ສຸວັດ ເທບສົມ ບັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກອງບັນຊາການ ປກສ ເມືອງເຊບັ້ງໄຟ ຍາດມາໄດ້ໃນໄລຍະຜ່ານມາ; ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາຕະຫຼອດຮອດພະນັກງານບັນຊາທຸກຂັ້ນຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງນຳພາ-ແນວຄິດໃຫ້ພະນັກງານ-ນັກຮົບມີແນວຄິດອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ກົດໝາຍຂອງລັດ ແລະ ປະຕິບັດຕາມມະຕິ, ຄຳສັ່ງຂອງຂັ້ນເທີງວາງອອກແນໃສ່ຝຶກຝົນຫຼ່ໍຫຼອມຕົນເອງ ໃຫ້ມີຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດຮູ້ຈຳແນກມິດ-ສັດຕູຢ່າງຈະແຈ້ງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້.