ສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ເອີຣົບ ຄົບຮອບ 45 ປີ

0
552

ໃນຕອນຄຳ່ຂອງວັນທີ 19 ພະຈິກ 2020, ໄດ້ມີພິທີສະເຫຼີມສະຫຼອງວັນຄົບຮອບ 45 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ
ລະຫວ່າງ ສປປ ລາວ ແລະ ສະຫະ ພາບເອີຣົບ ຂຶ້ນຢ່າງເປັນທາງການທີ່ນະຄອນຫຼວງວຽງຈັນ.

ເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນ ຕີກະຊວງການຕ່າງປະເທດ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ; ທ່ານ ນາງ ອີນາ ມາຈູລໍນິແຕ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງສະຫະພາບເອີຣົບ ປະຈໍາ ສປປ ລາວ ຕາງໜ້າອົງການສະຫະພາບເອີຣົບ; ນອກຈາກນັ້ນ, ກໍຍັງມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ບັນດາທູຕານຸທູດ ປະຈໍາ ສປປ ລາວ ແລະ ແຂກຮັບເຊີນຈາກພາກສ່ວນຕ່າງໆ ເຂົ້າຮ່ວມ.

ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ນາງ ອີນາ ມາຈຸລໍນິແຕ ໄດ້ກ່າວຄຳເຫັນສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການພົວພັນຮ່ວມມື 2 ຝ່າຍ ລະຫວ່າງ ສປປ ລາວ ແລະ ເອີຣົບ ວ່າ: ໃນໄລຍະ 45 ປີ ນັບຕັ້ງແຕ່ 2 ຝ່າຍໄດ້ສ້າງຕັ້ງສາຍພົວພັນການທູດໃນວັນທີ 21 ພະຈິກ 1975 ເປັນຕົ້ນມາ.

ການພົວພັນຮ່ວມມື ລາວ ແລະ ເອີຣົບ ແມ່ນມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະການຊ່ວຍເຫຼືອໃນແຜນງານຂອງເອີຣົບ ແລະ ຈາກບັນດາປະເທດສະມາຊິກ, ເຊິ່ງມາເຖິງປັດຈຸບັນມີມູນຄ່າທັງໝົດ 500 ລ້ານເອີໂຣ ໄດ້ປະກອບສ່ວນເຂົ້າໃນການພັດທະນາວຽກງານການສຶກສາຂັ້ນພື້ນຖານ, ໂພຊະນາການ, ກະສິກຳ ແລະ ການພັດທະນາຊົນນະບົດ, ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO), ວຽກງານສາທາລະນະສຸກ, ການອະນຸລັກສິ່ງແວດລ້ອມ ແລະ ຊີວະນາໆພັນ, ການປົກຄອງທີ່ດີ, ສ້າງລັດແຫ່ງກົດໝາຍ ແລະ ອົງການຈັດຕັ້ງທາງສັງຄົມ, ການຄ້າ ແລະ ພາກເອກະຊົນ, ວຽກງານສິດທິມະນຸດ ແລະ ຄວາມສະເໝີພາບບົດບາດຍິງ-ຊາຍ, ການຮ່ວມມືທາງດ້ານວັດທະນະທຳ ແລະ ການເຊື່ອມໂຍງລວມທັງການຊ່ວຍເຫຼືອດ້ານມະນຸດສະທຳ; ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ການພັດທະນາແຫ່ງຊາດ ໂດຍສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ ແລະ ຂອງລັດຖະບານ ສປປ ລາວ ເພື່ອ ແນໃສ່ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ແລະ ກ້າວສູ່ການພັດທະນາແບບຍືນຍົງເທື່ອລະກ້າວ.

ນອກຈາກນັ້ນ, ການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ເອີຣົບ ກໍຍັງຈະສືບຕໍ່ເສີມຂະຫຍາຍ ໃນຫຼາຍຂະແໜງການໃນອະນາຄົດ ເຊັ່ນ: ດ້ານເສດຖະກິດ-ການຄ້າ, ການລົງທຶນ, ການທ່ອງທ່ຽວ, ວັດທະນະທຳ ແລະ ດ້ານອື່ນໆ; ເຊິ່ງເປັນການປະກອບສ່ວນທີ່ສໍາ
ຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ຍາວນານນັ້ນ ໃຫ້ມີຄວາມໝັ້ນຄົງໜັກແໜ້ນ ແລະ ມີໝາກຜົນຕົວຈິງຍິ່ງໆຂຶ້ນ.

ໃນໂອກາດດຽວກັນນີ້, ທັງສອງຝ່າຍກໍໄດ້ສະແດງຄວາມມຸ້ງຫວັງທີ່ຈະສືບຕໍ່ເສີມສ້າງ ແລະ ຮັດແໜ້ນການພົວພັນຮ່ວມມືທີ່ດີໃນປັດຈຸບັນລະຫວ່າງ ສປປ ລາວ ແລະ ເອີຣົບ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນສູ່ລະດັບໃໝ່ໃນຕໍ່ໜ້າ.