ວັນທີ 20 ພະຈິກ ທີ່ຜ່ານມາ, ສະຫະພັນກໍາມະບານ ກະຊວງ ປກສ ໄດ້ພົບປະແລກປ່ຽນບົດຮຽນກັບສູນຝືກ ຊ້ອມກິລາຍິງປືນ 5 ເມສາ ເພື່ອຂະຫຍາຍອົງການຈັດຕັ້ງກໍາມະບານຢູ່ສູນດັ່ງກ່າວ, ໂດຍມີ ພັອ ວັນນະເລດ ບຸດ ຕະວົງ ປະທານກໍາມະບານກະຊວງ ປກສ ແລະ ທ່ານ ພຸດທະສັກ ສຸກອາລຸນຜູ້ອໍານວຍການສູນຝືກຊ້ອມກິລາຍິງປືນ 5 ເມສາ, ມີຮອງປະທານ, ຮອງອໍານວຍການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັອ ວັນນະເລດ ບຸດຕະວົງ ກ່າວວ່າ: ການພົບປະແລກປ່ຽນບົດຮຽນ ເພື່ອຂະຫຍາຍອົງການຈັດຕັ້ງກໍາມະບານ ຢູ່ ສູນຝືກຊ້ອມກິລາຍິງປືນ 5 ເມສາ ແມ່ນບົນພື້ນອິງໃສ່ກົດໝາຍວ່າດ້ວຍກໍາມະບານລາວ ສະບັບປັບປຸງ ປີ 2018 ແລະ ກົດລະບຽບຂອງສະຫະພັນກໍາມະບານລາວ ສະ ໄໝທີ VII ໃນໝວດທີ III ມາດຕາທີ 15ໄດ້ລະບຸຢ່າງຈະ ແຈ້ງກ່ຽວກັບການຈັດຕັ້ງກໍາມະບານ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ແຕ່ລະສໍານັກງານອົງການ,ແຂວງ,ນະຄອນຫຼວງ,ອົງການທຽບເທົ່າ,ອົງການຈັດຕັ້ງສັງ,ໂຮງງານ,ກຸ່ມການຜະລິດ,ການບໍລິການ,ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ,ຫົວໜ້າແຮງງານທີ່ລັດຖະບານ ໄດ້ອະນຸຍາດເຄື່ອນໄຫວດໍາເນີນທຸລະກິດໄດ້ 6 ເດືອນຂຶ້ນໄປ.ນອກນັ້ນ, ປະທານສະຫະພັນກໍາມະບານ ກະຊວງ ປກສ ຍັງໄດ້ອະທີບາຍໃຫ້ກ່ຽວກັບພາລະບົດບາດ, ສິດ, ໜ້າທີ່, ຄວາມໝາຍຄວາມສໍາຄັນໃນການເປັນຕົວແທນປົກ ປ້ອງສິດຜົນປະໂຫຍດອັນຊອບທໍາ ຂອງຊົນຊັ້ນກໍາມະກອນ, ຊາວ ຜູ້ອອກແຮງງານຢ່າງຖືກຕ້ອງ.

ສູນຝືກຊ້ອມກິລາຍິງປືນ 5 ເມສາ ຕັ້ງຢູ່ບ້ານສົມສະຫງ່າ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໄດ້ ເລີ່ມ ສ້າງ ຕັ້ງແຕ່ວັນທີ 1 ມັງກອນ 215 ແລະ ເປີດນໍາໃຊ້ຢ່າງເປັນທາງການ ໃນວັນທີ 2 ເມສາ 2016, ເປັນໂຄງການທີ່ ມີລັກສະນະວິສາຫະກິດປະສົມກັບລັດ-ເອກະຊົນ, ການກໍ່ສ້າງໂຄງການມີ14 ເຮັກຕາ ກັບ7.611ຕາແມັດ,ແບ່ງ ອອກເປັນ 2 ໂຄງການກໍ່ສ້າງ ຄື: ໂຄງການກໍ່ສ້າງສະໜາມຝືກຊ້ອມກິລາຍິງປືນ 5 ເມສາ ຈໍານວນ 12 ເຮັກຕາ ແລະ ສະໜາມຍິງປືນ PAINBALL.

ພາບ-ຂ່າວ: ຄຳໂຖ ວັນນະລາດ