ວັນທີ19 ພະຈິກ ຜ່ານມາ,ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າກົມເສນາທິການ ລະຫວ່າງ ພັອ ພອນໄຊ ຍົດສົມບັດ ຫົວໜ້າກົມເສນາທິການ (ຜູ້ເກົ່າ) ແລະ ພັອ ວີທອງ ພົມທະວີ ຫົວໜ້າກົມເສນາທິການ(ຜູ້ໃໝ່),ໂດຍມີ ພົຈວ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການ ກະຊວງ ປກສ,ພ້ອມດ້ວຍບັນດາຫົວໜ້າກົມ,ກອງທີ່ຂຶ້ນກັບຫ້ອງວ່າການ,ນາຍແລະພົນຕໍາຫຼວດພາຍໃນກົມເສນາທິການເຂົ້າຮ່ວມ.

ພັທ ລັດສະໝີ ພິມມະສອນ ຮອງຫົວໜ້າກົມເສນາທິການ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປກສ ສະບັບເລກທີ2169/ປກສ, ລົງ ວັນທີ 27 ຕຸລາ 2020 ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບຫ້ອງວ່າການ ກະຊວງ ປກສ.ໃນນີ້,ໄດ້ແຕ່ງຕັ້ງ ພັອ ວີທອງ ພົມທະວີ ເປັນຫົວໜ້າກົມເສນາທິການຜູ້ໃໝ່, ສ່ວນຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.

ໃນໂອກາດນີ້, ພົຈວ ສົມວັນ ສາຍລ້ອງພາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານຫົວໜ້າກົມເສນາທິການຜູ້ເກົ່າ ທີ່ໄດ້ຊີ້ນໍາ-ນຳພາພະນັກ ງານນັກຮົບປະຕິບັດວຽກງານວິຊາສະເພາະ ຈົນມີຜົນສຳເລັດຕາມການຈັດຕັ້ງມອບໝາຍໃຫ້,ສ່ວນຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ກໍຕ້ອງສືບຕໍ່ປະຕິ ບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດ ເປັນຕົ້ນແມ່ນ ໃຫ້ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ,ປະຕິບັດຕາມຫຼັກ ການລວມສູນປະຊາທິປະໄຕ,ເຮັດວຽກເປັນໝູ່ຄະນະ,ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ,ຊີ້ນຳ-ນຳພາທຸກຂົງເຂດວຽກງານວິຊາສະເພາະໃຫ້ມີວິທະຍາສາດ,ຊໍານິຊໍານານ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ເພື່ອເຮັດໃຫ້ວຽກງານເສນາທິການເຕີບໃຫ່ຍເຂັ້້ມແຂງເທື່ອລະກ້າວ.

ພາບ-ຂ່າວ: ບຸນພະຈັນ ຄຳແສນໂຄດ