ໃນລະຫວ່າງວັນທີ 23-30 ພະຈິກ ນີ້, ກົມກົດລັບ ຫ້ອງວ່າການກະຊວງ ປກສ ໄດ້ເປີດຊຸດຝຶກອົບຮົມການນໍາໃຊ້ເຄື່ອງຈັກລະຫັດກົດລັບ ( MFAX ) ຊຸດທີ XVໄລຍະສັ້ນ ປະຈໍາປີ2020,ໂດຍມີ ພັອ ພອນໄຊ ຍົດສົມບັດ ຮອງ ຫົວໜ້າຫ້ອງວ່າການກະຊວງ ປກສ,ພ້ອມດ້ວຍ ພັອ ສົມພອນ ຈັນທະພົງ ຫົວໜ້າກົມກົດລັບ, ມີຕາງໜ້າກົມໃຫຍ່ການເມືອງ, ແຂກຮັບເຊີນຈາກກະຊວງປ້ອງກັນປະເທດ ແລະ ນັກສໍາມະນາກອນເຂົ້າຮ່ວມ.

ພັທ ສົມຊາຍ ພັນລະຈິດ ຮອງຫົວໜ້າກົມກົດລັບ ໄດ້ຜ່ານແຜນການຝຶອົບຮົມໃນຄັ້ງນີ້ວ່າ: ການຈັດຝຶກອົບຮົມຄັ້ງນີ້ມີ ນັກສໍາມະນາກອນ 36 ສະຫາຍ ຍິງ 8 ສະຫາຍ.ໃນນີ້, ມາຈາກທ້ອງຖິ່ນ 17 ສະຫາຍ, ມາຈາກກົມ 504 ຈໍານວນ 1 ສະຫາຍ, ມາຈາກ ປກສ ນະຄອນຫຼວງວຽງຈັນ 1 ສະຫາຍ;  ຈຸດປະສົງໃນການຈັດຝຶກອົບຮົມຄັ້ງນີ້ ເພື່ອແນໃສ່ກໍ່ສ້າງຖັນແຖວພະນັກງານກົດລັບ ໃຫ້ມີຄວາມຮູ້ຄວາມສາມາດໃນການນໍາໃຊ້ເຄື່ອງຈັກລະຫັດກົດລັບ, ກໍາໄດ້ບັນດາບົດຮຽນ ແລະ ສາມາດຕອບສະໜອງກັບຄວາມຮຽນຮ້ອງຕ້ອງການໜ້າທີ່ການເມືອງໃນປັດຈຸບັນ ແລະ ຍາວນານ,ສ້າງເງື່ອນໄຂໃຫ້ນາຍແລະພົນຕໍາຫຼວດກົດລັບ ກໍາແໜ້ນທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງໃນການນໍາໃຊ້ເຄື່ອງຈັກລະຫັດກົດລັບ,ຮູ້ໄດ້ຄວາມໝາຍຄວາມສໍາຄັນຂອງວຽກງານກົດລັບ,ກໍາໄດ້ບັນດາຂໍ້ກໍານົດ, ຫຼັກການໃນການປົກປັກຮັກສາ ແລະ ຄຸ້ມຄອງບັນດາອຸປະກອນເຕັກນິກດັ່ງກ່າວ ບໍ່ໃຫ້ເປ່ເພເສຍຫາຍ,ກໍາໄດ້ບັນດາຫຼັກການຕ່າງໆ,ມະຕິຄໍາສັ່ງຜ່ານເຄືອຂ່າຍຈັກລະຫັດກົດລັບດ້ວຍຕົນເອງ,ໃຫ້ສາມາດແກ້ໄຂເຄື່ອງຈັກຕິດຂັດຈໍານວນໜຶ່ງ,ຮັບປະກັນໄດ້ໃນການປະຕິບັດໜ້າທີ່ວິຊາສະເພາະກົດລັບໄດ້ຢ່າງປອດໄພ, ຊັດເຈນ,ວ່ອງໄວທັນເວລາ ແລະ ຮັບປະກັນຄວາມລັບ.

ສໍາລັບເນື້ອໃນຂອງການຝຶກອົບຮົມຄັ້ງນີ້, ນັກສໍາມະນາກອນຈະໄດ້ຮຽນຮູ້ກ່ຽວກັບມູນເຊື້ອ ແລະ ການເຄື່ອນໄຫວຂອງວຽກງານກົດລັບ, ຄວາມຮູ້ພື້ນຖານກ່ຽວກັບການນໍາໃຊ້ຈັກໂທລະສານ, ວິທີການນໍາໃຊ້ຈັກລະຫັດກົດລັບ, ຫຼັກການບໍາລຸງຮັກສາລະບົບເຄື່ອງຈັກລະຫັດກົດລັບ.

ພາບ-ຂ່າວ: ຄຳໂຖ ວັນນະລາດ