ຮອງຫົວໜ້າກົມໃຫຍ່ພະລາທິການ ຊີ້ນໍາວຽກງານຢູ່ປກສ ແຂວງບໍລິຄໍາໄຊ

0
559

ອາທິດຜ່ານມາ, ພັອ ຄໍາແພງ ລາວລີ ຮອງຫົວໜ້າກົມໃຫ່ຍພະລາທິການ ກະຊວງ ປກສ, ພ້ອມດ້ວຍຄະນະ ໄດ້ລົງຊີ້ນໍາວຽກງານຢູ່ກອງບັນຊາການປກສ ແຂວງບໍລິຄໍາໄຊ,ໂດຍການຕ້ອນຮັບຂອງ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກກອງບັນຊາການ ປກສ ແຂວງ,ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານນັກຮົບຫ້ອງພະລາທິການເຂົ້າຮ່ວມ.

ພັທ ສົມຄິດ ໄຊສົງຄາມ ຫົວໜ້າຫອ້ງພະລາທິການ ປກສ ແຂວງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານພະລາທິການ ໃຫ້ຮູ້ວ່າ: ໃນ1 ປີຜ່ານມາ ໄດ້ຊີ້ນໍາ-ນໍາພາດ້ານວຽກງານວິຊາສະເພາະ ເຊັ່ນ: ດ້ານວຽກງານແຜນການ-ການເງິນ, ໄດ້ເອົາໃຈໃສ່ຄຸ້ມຄອງລາຍຮັບ-ລ່າຍຈ່າຍງົບປະມານ ແລະ ລາຍຮັບ-ລາຍຈ່າຍວິຊາການ, ໃນນັ້ນ ປະຕິບັດແຜນລາຍຮັບວິຊາການ ຄ່າທໍານຽມແຜນປະຈໍາປີ ໄດ້466.560.000 ກີບ, ປະຕິບັດໄດ້ຕົວຈິງ 593.496.000 ກີບ ທຽມໃສ່ແຜນການປະຈໍາປີ ເພີ່ມຂຶ້ນ 27,2%, ໄດ້ເຮັດແຜນດັດແກ້ເປັນເງິນ 906.500.000 ກີບ, ປະຕິບັດໄດ້ 726.563.000 ກີບ, ໄດ້ຮັບອະນຸມັດຈ່າຍງວດ 1 ແລະ 2 ປີ 2020 ຈໍານວນ 580.720.000 ກີບ, ປະຕິບັດໄດ້ 781.742.000 ກີບ, ທຽບໃສ່ແຜນປີຫຼຸດລົງ 13,76%. ການປະຕິ ບັດແຜນລ່າຍຈ່າຍງົບປະມານ ໃນປີ2020 ແຜນອະນຸມັດ 57.976.000.000 ກີບ.ໃນນັ້ນ ມີເງິນບໍາລຸງພາກ 60 ຈໍານວນ 51.062.000.000 ກີບ ທຽມໃສ່ປີຜ່ານມາເພີ່ມຂຶ້ນ 12%, ເງິນອຸດນູນນະໂຍບາຍ ພາກ 61 ຈໍານວນ4.307.000.000 ກີບ ທຽບໃສ່ປີຜ່ານມາຫຼຸດລົງ16,45%,ລາຍຈ່າຍບໍລິຫານພາກ62 ຈໍານວນ 2.452.000.000 ກີບ ທຽບໃສ່ປີຜ່ານມາ ຫຼຸດລົງ 1,13%,ເງິນລາຍຈ່າຍດັດສົມ,ສົ່ງເສີມແລະບໍາລຸງພາກ 63 ຈໍານວນ 155.000.000 ກີບ ທຽບໃສ່ປີຜ່ານມາຫຼຸດລົງ 5,49%, ໄດ້ຮັບອະນຸມັດເດືອນ 9 ປີ 2020 ທັງໝົດ 43.995.722.735 ກີບ.

ວຽກງານອຸປະໂພກ-ບໍລິໂພກ ສາມາດພົວພັນຮັບເຄື່ອງນຸ່ງຫົ່ມນໍາກະຊວງໄດ້ 32 ລາຍການ,ຈ່າຍໄດ້ ສໍາເລັດ 100%, ຮັບເງິນນອກເຄື່ອງແບບ, ເງິນຕັດສີ້ນ ມູນຄ່າ 146.299.500 ກີບ ຈ່າຍສໍາເລັດ 100%, ເຮັດສັນຍາຊື້ເຂົ້າອັດຕາກິນເບີກຈ່າຍໃຫ້ພະນັກງານ-ນັກຮົບ 297 ກວ່າໂຕນ, ເປັນເງິນ 1.787.299.500 ກີບ, ຈ່າຍໄດ້ 126 ຄັ້ງ, 266 ກວ່າໂຕນ, ເປັນເງິນ 1.413.769.000 ກີບ, ຂຶ້ນແຜນຖອນເງິນຊື້ເຄື່ອງຮັບໃຊ້ວຽກງານຫ້ອງການ, ວຽກງານວິຊາສະ ເພາະໃຫ້ບັນດາຫ້ອງ,ກອງຈໍານວນ 26 ລາຍການ ເປັນເງິນ 61.169.000 ກີບ ສາ ມາດເບີກຈ່າຍສໍາເລັດ 100%, ວຽກງານກໍ່ສ້າງ, ສ້ອມແປງ ແລະ ຊັບສິນທີ່ດີນໄດ້ຈັດຕັ້ງປະຕິບັດວຽກງານກໍ່ສ້າງໃຫຍ່-ສ້ອມແປງນ້ອຍ 16 ໂຄງການ, ໃນນັ້ນ ໄດ້ກໍ່ສ້າງກອງບັນຊາການ ປກສ ເມືອງທ່າພະບາດ, ຄ້າຍຄຸມຂັງ-ດັດສ້າງໜອງດົງ ແລະ ໂຄງການອື່ນໆ ລວມມູນຄ່າ 21.239.579.000 ກີບ, ກັບ 89.000 ບາດ, ວຽກງານຜະລິດ-ທຸລະກິດ ສາມາດເກັບລາຍຮັບຈາກການໃຫ້ເຊົ່າຮ້ານອາຫານດ່ານນໍ້າພາວ, ປະຈໍາເດືອນ 2-6 ປີ 2020 ຈຳນວນ13.500.000 ກີບ, ນອກນັ້ນ ຍັງມີແຜນການສົ່ງເສີມພະນັກງານສ້າງເສດຖະກິດຄອບຄົວ, ປູກຝັງລ້ຽງສັດໃຫ້ກາຍເປັນຄອບຄົວຕົວແບບຈໍານວນໜຶ່ງ.

ໂອກາດດຽວ,ກັນບັນດາຜູ້ແທນກອງປະຊຸມຍັງໄດ້ປະກອບຄໍາຄິດຄໍາເຫັນ ແລະ ແລກປ່ຽນບົດຮຽນເຊີ່ງກັນ ແລະກັນ ເພື່ອຄວາມເປັນເອກະ ພາບກັນນໍາໄປຈັດຕັ້ງປະຕິບັດເຮັດໃຫ້ວຽກງານພາລາທິການໄດ້ຮັບການຈັັດຕັ້ງປະຕິບັດຢ່າງຖືກ ຕ້ອງ ແລະ ກ້າວເຂົ້າສູ່ລະບົບເທື່ອລະກ້າວ.