ກອງປະຊຸມຄະນະຮັບຜິດຊອບຂະບວນການ ສິລະປະນະໂຍບາຍ ແລະ ຍ້ອງຍໍ

0
1017

ກອງປະຊຸມຄະນະຮັບຜິດຊອບຂະບວນການ,ສິລະປະ,ນະໂຍບາຍ ແລະ ຍ້ອງຍໍ ກະຊວງ ປກສ ຈັດຂຶ້ນໃນວັນທີ 24 ພະຈິກ 2020 ເພື່ອກະ ກຽມຄວາມພ້ອມໃນການສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ (5 ເມສາ 1961- 5 ເມສາ 2021), ໂດຍການເປັນປະທານຂອງ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະຊວງ ປກສ, ມີຫົວໜ້າອະນຸກຳມະການຂະບວນການ, ມີຮອງຫົວໜ້າກົມໃຫ່ຍການເມືອງ, ກົມ, ກອງອ້ອມຂ້າງ ແລະ ອະນຸກໍາມະການເຂົ້າຮ່ວມ.

ພັອ ນາງ ຈັນເດືອນ ເທພະວົງ ຫົວໜ້າກົມນະໂຍບາຍ ກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ເລກທີ 2111/ປກສ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ,ອະນຸກໍາມະການກະກຽມແລະຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ (5 ເມສາ  1961-5 ເມສາ 2021) ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ແລະ ແບ່ງຄວາມຮັບຜິດຊອບຂອງອະນຸກຳມະການຂະບວນການແຂ່ງຂັນ,ສິລະປະ,ນະໂຍບາຍ ແລະຍ້ອງຍໍ ທັງນີ້ກໍເພື່ອຄົ້ນຄວ້າສ້າງແຜນການເຄື່ອນ ໄຫວ,ງົບປະມານຮັບໃຊ້ຂອງອະນຸກໍາມະການ ເພື່ອນຳສະເໜີຄະນະຊີ້ນໍາຂັ້ນກະຊວງພິຈາລະນາຕົກລົງ,ຈັດແບ່ງໜ້າທີ່ ແລະມອບໝາຍຄວາມຮັບຜິດຊອບ ໃຫ້ແຕ່ລະສະຫາຍໃນອະນຸກໍາມະການໃຫ້ລະອຽດ,ຄົ້ນຄວ້າຮ່າງນິຕິກຳທີ່ຈຳເປັນຈໍານວນໜຶ່ງ ເພື່ອແນະນໍາ, ຊຸກຍູ້ບັນດາກົມກອງ ແລະ ທ້ອງຖິ່ນກ່ຽວກັບການປຸກລະດົມສ້າງຂະບວນການແຂ່ງ ຂັນຕ່າງໆ ເຊັ່ນ: ຂະບວນການເຄື່ອນໄຫວຫັດແອບກໍາລັງ ເພື່ອກຽມ ພ້ອມເຮັດໜ້າທີ່, ຕິດພັນກັບການກະກຽມ ເພື່ອໃຫ້ການນໍາພັກລັດລົງຢ້ຽມຢາມແລະຊີ້ນໍາ, ຂະບວນການປ້ອງກັນພະຍາດໂຄວິດ-19,ຂະ ບວນອອກແຮງງານອະນາໄມລວມ,ປະດັບປະດາກົມກອງໃຫ້ມີຄວາມສະອາດຈົບງາມ ແລະ ມີສີຂຽວ.

ນັບທັງຂະບວນການແຂ່ງຂັນກິລາ ໂດຍຈັດຕັ້ງຢູ່ບັນດາກົມ, ກອງອ້ອມຂ້າງກະຊວງ ແລະ ພາຍໃນແຂວງຂອງຕົນ ຕາມຄວາມເໝາະສົມໃຫ້ສອດຄ່ອງກັບມາດຕະການຜ່ອນຜັນຂອງລັດຖະບານ,ວ່າງແຜນການ ແລະຈັດຕັ້ງຂະບວນການແຂ່ງຂັນປະຕິບັດວຽກງານວິຊາສະເພາະ,ກິລາ, ຂຽນ ຂ່າວ, ປະດິດຄິດແຕ່ງລະ ຄອນສັ້ນ ຫຼື ວິດີໂອການເຄື່ອນໄຫວ ທີ່ສ່ອງແສງເຖິງມູນເຊື່ອ 60 ປີ ຂອງກໍາລັງປົວງກັນຄວາມສະຫງົບປະ ຊາຊົນໃຫ້ມີຄວາມໝາຍເລິກເຊິ່ງ,ຈັດຕັ້ງການຫັດແອບ ແລະ ສະແດງສິນລະປະຂອງກະຊວງ ເພື່ອຂໍ່ານັບຊົມເຊີຍວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ ຢູ່ສູນກາງ ເພື່ອສ້າງບັນຍາກາດໃຫ້ເບີກບານມ່ວນຊື່ນ.

ນອກຈາກນີ້, ກໍເພື່ອຄົ້ນຄວ້ານໍາສະເໜີຂັ້ນເທິງພິຈາລະນາຍ້ອງຍໍສັນລະເສີນກໍາລັງປ້ອງກັນຄວາມສະຫງົບຂັ້ນຕ່າງໆ ໃຫ້ບຸກຄົນ ແລະ ກົມກອງລວມໝູ່ຕາມລະບຽບການ, ຜະລິດກາຕິດຄໍເສື້ອຊຸດນ້ອຍ, ຫຼຽນກາ ຂອງກໍາລັງປ້ອງກັນຄວາມສະຫງົບ,ເຄື່ອງທີ່ລະນຶກຂອງກໍາລັງປ້ອງ ກັນຄວາມສະຫງົບແລະໃຫ້ຈັດຕັ້ງນໍາໃຊ້ເປັນທາງການກ່ອນສະເຫຼີມ ສະຫຼອງ 60 ປີ, ສ້າງນິຕິກໍາ ເພື່ອແນະນໍາ ກ່ຽວກັບການຄັດເລືອກຈັດປະເພດຍ້ອງຍໍ ແລະ ການຈັດຕັ້ງປະຕິບັດນະໂຍບາຍດ້ານອື່ນໆ ສົ່ງໃຫ້ບັນດາກົມກອງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດໃຫ້ເປັນເອກະພາບກັນ, ກະກຽມໃຫ້ຄະນະນໍາກະຊວງເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບປະຕິວັດ ແລະເຂົ້າວາງກະຕ່າດອກໄມ້ຢູ່ຫໍພິພິທະພັນປະທານໄກສອນ ພົມວິຫານ ເພື່ອສະແດງຄວາມເຄົາລົບແລະ ຮູ້ບຸນຄຸນ,ພ້ອມທັງສະຫຼຸບລາຍງານໝາກຜົນໃນການກະກຽມມີຄວາມຄືບໜ້າ,ຜົນສໍາເລັດ ແລະ ບັນຫາຂໍ້ຫຍຸ້ງຍາກຜ່ານການຈັດຕັ້ງປະຕິບັດໃຫ້ຄະນະຊີ້ນຳຂັ້ນກະຊວງຊາບ ເພື່ອຊີ້ນຳເປັນປົກກະຕິແລະທັນການ.

ພາບ-ຂ່າວ: ແກ້ວ ອຸເພັດ