ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກໄພ ແລະ ຮ່ວມກັບພະແນກຕຳຫຼວດຈະລາຈອນ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄຟຟ້າເຂດນະຄອນຫຼວງ, ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ, ໜ່ວຍກູ້ໄພມູນນິທິຈີນ ແລະ ໜ່ວຍກູ້ໄພອາສານະຄອນຫຼວງ ໄດ້ຈັດຝຶກອົບຮົມວຽກງານສະກັດກັ້ນຕ້ານອັກຄີໄພຂັ້ນພື້ນຖານ, ຝຶກຊ້ອມການຊ່ວຍເຫຼືອຜູ້ປະສົບໄພ-ແພດສຸກເສີນ ແລະ ວິທີການຊີດນໍ້າມອດໄຟໃນອາຄານໃຫ້ພະນັກງານບໍລິສັດໄຟຟ້ານ້ຳເທີນ 2 ໃນວັນທີ່ 20 ພະຈິກ 2020.

ການຝຶກອົບຮົມຄັ້ງນີ້, ນໍາພາໂດຍ ພັທ ບຸນຍົງ ໄຊປັນຍາ ຮອງຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນະຄອນຫຼວງວຽງຈັນ. ພ້ອມດ້ວຍຄະນະໂດຍມີທ່ານ ໂອລີວີເຢ ດິດຣີ ຜູ້ອໍານວຍການບໍລິສັດໄຟຟ້ານ້ຳເທີນ 2 ພ້ອມດ້ວຍບັນດາພະນັກງານພາຍໃນບໍລິ ສັດດັ່ງກ່າວ ແລະ ພະນັກງານທັງ 6 ພາກສ່ວນເຂົ້າຮ່ວມ ແລະ ນຳໃຊ້ພາຫະນະທັງໝົດ 12 ຄັນ; ໃນນັ້ນ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ພາກທິດສະດີ ແລະ ພາກປະຕິບັດຕົວຈິງກ່ຽວກັບວິທີການປ້ອງກັນບັນຫາອັກຄີໄພທີ່ອາດຈະເກີດຂຶ້ນ, ວິທີໜີໄພເວລາເກີດເຫດສຸກເສີນ, ວິທິຊ່ວຍຄົນເຈັບຢູ່ໃນສະຖານທີ່ເກີດເຫດໃຫ້ທ່ວງທັນກັບເວລາ ແລະ ຖືກວິທີ ພ້ອມທັງໄດ້ແນະນຳການນຳໃຊ້ບັ້ງມອດໄຟແຕ່ລະຊະນິດ ສາທິດການປະຖົມພະຍາບານຂັ້ນຕົ້ນໃນການຊ່ວຍເຫຼືອຄົນເຈັບໃຫ້ຖືກວິທີ ແລະ ປອດໄພທີ່ສຸດ, ແນະນຳວິທີການໜີໄພ ແລະ ສາທິດການມອດໄຟ ແລະ ການນຳໃຊ້ບັ້ງມອດໄຟເຂົ້າໃນການມອດໄຟຕົວຈິງ.

ພັທ ບຸນຍົງ ໄຊປັນຍາ ຍັງໃຫ້ຮູ້ຕື່ມອີກວ່າ: ການຝຶກອົບຮົມນອກຈາກຈະໃຫ້ພະນັກງານພາຍໃນບໍລິສັດດັ່ງກ່າວໄດ້ຮຽນຮູ້ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ຍັງເປັນການຍົກລະດັບດ້ານວຽກງານວິຊາສະເພາະໃຫ້ພະນັກງານ-ນັກຮົບ ພາຍໃນພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພນະຄອນຫຼວງວຽງຈັນ ໃຫ້ມີຄວາມຊໍານິຊໍານານໃນວຽກງານວິຊາສະເພາະຂອງຕົນ, ຍົກລະດັບການປະສານສົມທົບລະຫວ່າງພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພກັບພາກສ່ວນກ່ຽວຂ້ອງໃຫ້ດີຂຶ້ນກວ່າເກົ່າ ເມື່ອມີອັກຄີໄພເກີດຂຶ້ນ ຈຶ່ງຈະສາມາດແກ້ໄຂບັນຫາໄດ້ທັນເວລາ ແລະ ເຮັດໃຫ້ຜົນເສຍຫາຍຢູ່ໃນລະດັບຕໍ່າສຸດ.

ຂ່າວ: ສີລິພອນ