ພິທີປະກາດສ້າງຕັ້ງໜ່ວຍພັກຮາກຖານຫ້ອງຄຸ້ມຄອງສຳມະໂນຄົວ-ກໍ່ສ້າງຮາກຖານ ແລະ ໜ່ວຍພັກຮາກຖານ ຫ້ອງພະລາທິການກອງບັນຊາການ ປກສ ແຂວງຄຳມ່ວນ ເປັນຄະນະພັກຮາກຖານ ຈັດຂຶ້ນໃນວັນທີ 20 ພະຈິກ 2020; ໂດຍການເປັນປະທານຂອງ ສະຫາຍ ພັອ ຄຳພອນ ສີກຸມພົນ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ, ມີຄະນະພັກກອງບັນຊາການ, ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກຮາກຖານອ້ອມຂ້າງກອງ ບັນຊາການ ແລະ ສະມາຊິກພັກສົມບູນທັງສອງໜ່ວຍພັກຮາກຖານ ເຂົ້າຮ່ວມ.

ສະຫາຍ ພັທ ນາງ ທອງຂານ ພົງ ສະຫວັນ ຄະນະໜ່ວຍພັກຮາກຖານ ຫ້ອງການເມືອງ ປກສ ແຂວງຄໍາມ່ວນ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກ ປກສ ແຂວງຄຳມ່ວນ ສະບັບ ເລກທີ 175 ແລະ 176/ຄປຈ.ປກສ.ຄມ, ລົງວັນທີ 19 ຕຸລາ 2020 ວ່າດ້ວຍ ການສ້າງຕັ້ງຄະນະພັກຮາກຖານຫ້ອງ ພະລາທິການ ປກສ ແຂວງ ແລະ ວ່າ ດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ແລະ ຄະນະໜ່ວຍພັກຂຶ້ນກັບຄະ ນະພັກຮາກຖານຫ້ອງພະລາທິການ ປກສ ແຂວງ, ໃນນັ້ນ ອະນຸມັດໃຫ້ໜ່ວຍພັກ ຮາກຖານຫ້ອງພະລາທິການສ້າງຕັ້ງເປັນ ຄະນະພັກຮາກຖານປະກອບມີ 3 ໜ່ວຍ ພັກຂຶ້ນກັບຄື: ໜ່ວຍພັກພະແນກສັງ ລວມ, ການເງິນ, ໝ່ວຍພັກພະແນກ ເຕັກນິກ-ຍຸດໂທ, ກໍ່ໍສ້າງ-ຊັບສິນ ແລະ ໜ່ວຍພັກ ພະແນກໂຮງໝໍ ແລະ ເສ ນາຮັກ, ພ້ອມບົ່ງຕົວແຕ່ງຕັ້ງຄະນະພັກ ຮາກຖານ-ຄະນະໜ່ວຍພັກທີ່ຂຶ້ນກັບ ຄະນະພັກຮາກຖານຫ້ອງພະລາທິການ ປກສ ແຂວງ, ແລະ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກທີ່ຂຶ້ນກັບມີໜ່ວຍພັກພະ ແນກສັງລວມ, ການເງິນປະກອບມີ 3 ສະຫາຍ, ໜ່ວຍພັກພະແນກເຕັກນິກ-ຍຸດໂທ,ກໍ່ສ້າງ-ຊັບສິນ ແລະ ໜ່ວຍພັກ ພະແນກໂຮງໝໍ ແລະ ເສນາຮັກ.

ຈາກນັ້ນ, ກໍໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກ ປກສ ແຂວງຄຳມ່ວນ ສະບັບເລກທີ 177 ແລະ 178/ຄປຈ.ປກສ.ຄມ, ລົງວັນທີ 19 ຕຸລາ 2020 ວ່າດ້ວຍການສ້າງຕັ້ງຄະນະພັກ ຮາກຖານຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ; ເຊິ່ງປະກອບມີ 3 ໜ່ວຍພັກຂຶ້ນກັບຄື: ໜ່ວຍພັກພະແນກບໍລິຫານສັງລວມ-ຈັດຕັ້ງ, ໜ່ວຍພັກພະແນກຄຸ້ມຄອງສຳ ມະໂນຄົວ-ອາຊີບພິເສດ ແລະ ໜ່ວຍ ພັກພະແນກຄຸ້ມຄອງທະບຽນປະຫວັດ-ປກສ ກຸ້ມບ້ານ; ນອກນັ້ນ, ຄະນະປະຈຳ ພັກ ປກສ ແຂວງຄຳມ່ວນຍັງໄດ້ມີມະຕິຕົກລົງບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ແລະ ຄະນະໜ່ວຍພັກຂຶ້ນກັບຄະນະພັກຮາກຖານຫ້ອງຄຸ້ມຄອງສຳມະໂນຄົວ-ກໍ່ສ້າງຮາກຖານ ປກສ ແຂວງ ນຳອີກ.