ກອງປະຊຸມປັບປຸງການຈັດຕັ້ງຮາກຖານພັກດ່ານສາກົນນ້ຳກັ່ນ ແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກ 2020 ໂດຍການເປັນປະທານຂອງ ສະຫາຍ ຄຳແສງ ພົມມະວັນ ຫົວໜ້າຄະນະຈັດຕັ້ງແຂວງຊຽງຂວາງ; ມີຄະນະພັກ, ສະມາຊິກພັກ, ຕາງໜ້າພະແນກການ ແລະ ກອງບັນຊາການ ເຂົ້າຮ່ວມ.

ພັທ ແພງວັນ ເພັດວົງກົດ ຫົວໜ້າ ດ່ານສາກົນນ້ຳກັ່ນ ໄດ້ຜ່ານບົດລາຍງານ ໂດຍຫຍໍ້ ຍົກໃຫ້ເຫັນຫຼາຍວຽກງານມີ ຜົນສຳເລັດ ແລະ ບາງວຽກງານທີ່ຍັງ ຫຍຸ້ງຍາກໜ່ວຍພັກດ່ານສາກົນນ້ຳກັ່ນ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ມິ ຖຸນາ 2012 ໄລຍະຕໍ່ມາໄດ້ສ້າງຕັ້ງ ເປັນຮາກຖານພັກ ມີ 3 ໜ່ວຍພັກຂຶ້ນ ກັບຄື: ໜ່ວຍພັກ ຕມ, ໜ່ວຍພັກບໍລິ ຫານດ່ານ ແລະ ໜ່ວຍພັກພາສີດ່ານສາກົນນ້ຳກັ່ນແມ່ນອົງການຈັດຕັ້ງໜຶ່ງຂອງແຂວງ ທີ່ມີພາລະບົດບາດທຽບເທົ່າກັບບັນດາພະແນກການອ້ອມຂ້າງແຂວງ ທີ່ມີຫຼັກການຄຸ້ມຄອງວຽກງານວິຊາສະ ເພາະຂຶ້ນກັບກະຊວງ, ກົມ ແລະ ພະ ແນກການຂອງແຂວງ, ດ່ານສາກົນນ້ຳກັ່ນ ມີການປະສານສົມທົບກັບ 8 ກະຊວງ, 8 ພະແນກການ ແລະ 1 ກອງບັນຊາ ການປ້ອງກັນຄວາມສະຫງົບ ແລະ 2 ອົງການທຽບເທົ່າ, ມີ 13 ຂະແໜງການວິຊາສະເພາະທີ່ຂຶ້ນກັບການຄຸ້ມຄອງ ຂອງດ່ານສາກົນນ້ຳກັ່ນ.

ຫຼັງຈາກນັ້ນ, ຕາງໜ້າຄະນະຈັດຕັ້ງ ແຂວງ ແລະ ຄະນະກວດກາພັກແຂວງກໍໄດ້ຂຶ້ນຜ່ານມະຕິ ຂອງຄະນະປະຈຳພັກແຂວງ ສະບັບເລກທີ228/ຄປພຂ.ຊຂ ລົງວັນທີ 25 ກັນຍາ 2020 ວ່າດ້ວຍການຍຸບຄະນະພັກຮາກຖານ, ຍຸບບັນດາໜ່ວຍພັກທີ່ຂຶ້ນກັບຄະນະພັກ ຮາກຖານດ່ານສາກົນນ້ຳກັ່ນ ແລະ ສ້າງຕັ້ງໜ່ວຍພັກດ່ານສາກົນນ້ຳກັ່ນ; ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກແຂວງ, ມະຕິຕົກລົງຂອງຄະ ນະກວດກາພັກແຂວງ ສະບັບເລກທີ 267/ຄກພຂ.ຊຂ ລົງວັນທີ 21 ຕຸລາ 2020 ວ່າດ້ວຍການຮັບຮອງເອົາຜົນການແຕ່ງຕັ້ງຄະນະກວດກາໜ່ວຍພັກດ່ານສາກົນນ້ຳກັ່ນແຂວງຊຽງຂວາງ ດັ່ງນີ້: ສະຫາຍ ພັທ ແພງວັນ ເພັດວົງກົດ ເປັນເລຂາໜ່ວຍພັກ, ສະຫາຍ ພັທ ເຂັມພອນ ຄຳພາວັນ ເປັນຮອງເລຂາ ໜ່ວຍພັກ ເປັນປະທານກວດກາໜ່ວຍພັກ; ສະຫາຍ ກ້ອນແກ້ວ ເທບພະວົງ ເປັນຄະນະໜ່ວຍພັກ, ສະຫາຍ ສີພັນ ດອນ ວໍລະຈິດ ເປັນຄະນະໜ່ວຍພັກ ເປັນຮອງປະທານກວດກາໜ່ວຍພັກ; ສະຫາຍ ພັທ ບຸນທະວີ ເພັດລາວັນ ເປັນ ຄະນະໜ່ວຍພັກ, ສະຫາຍ ສາຍພູວັນ ທຳມະວົງ ເປັນຮອງປະທານກວດກາ ໜ່ວຍພັກ,