ກອງພົນທີ 2 ກະຊວງປ້ອງກັນປະເທດ ໄດ້ເປີດຊຸດອົບຮົມ-ຫັດແອບວຽກງານພະລາທິການ ປະຈຳປີ 2020 ໃນວັນທີ 17 ພະຈິກຜ່ານມາ ເປັນປະທານໂດຍ ພັທ ຄຳພັດ ປະພັດສີນ ຮອງຫົວໜ້າຫ້ອງພະລາທິການ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາ 5 ອົງການ, ພະແນກການ, ກົມກອງ ແລະ ພະນັກງານວິຊາການຜູ້ທີ່ເຮັດວຽກງານພະລາທິການທົ່ວກອງພົນທີ 2 ເຂົ້າຮ່ວມ; ເຊິ່ງເນື້ອໃນຕົ້ນຕໍທີ່ນຳມາຈັດຕັ້ງອົບຮົມ-ຫັດແອບໃນຄັ້ງນີ້ ປະກອບມີວຽກ ງານເສນາພະລາ, ວຽກງານອຸປະໂພກ-ບໍລິໂພກ, ວຽກງານເສນາຮັກ, ວຽກງານຜະລິດກະສິກຳ, ວຽກງານຂົນສົ່ງ ແລະ ວຽກງານກໍ່ສ້າງ; ຊຸດອົບຮົມ-ຫັດແອບຄັ້ງນີ້ໄດ້ດຳເນີນໄປເປັນເວລາ 4 ວັນ ຈື່ງສຳເລັດລົງ.

ພັຕ ສົມພົດ ສັນຍາ ຫົວໜ້າພະແນກແຜນການຫ້ອງພະລາທິການ ເພື່ອແນໃສ່ເຮັດໃຫ້ພະນັກງານວິຊາສະເພາະ ໄດ້ທົບທວນຄືນບົດຮຽນທີ່ໄດ້ຜ່ານການສຶກສາຮໍ່າຮຽນຈາກໂຮງຮຽນວິທະຍາຄານແຫ່ງຕ່າງໆ ມາໜູນໃຊ້ເຂົ້າໃນວຽກງານຕົວຈິງຢູ່ໃນກົມກອງ ເປັນໄລຍະເວລາຫຼາຍປີ; ກໍາແໜ້ນທິດສະດີຫຼັກການ ແລະ ມີແບບແຜນວິທີເຮັດວຽກຖືກຕ້ອງ, ຊັດເຈນທັນເວລາ ແລະ ເພື່ອ ເຮັດໃຫ້ຄະນະພັກຄະນະບັນຊາທຸກຂັ້ນ ພະນັກງານວິຊາສະເພາະພະລາທິການ ໄດ້ຮັບຮູ້ ແລະ ເຂົ້າໃຈທີ່ຕັ້ງພາລະບົດບາດຄວາມໝາຍຄວາມສຳຄັນຂອງຟື້ນ ຖານວິຊາສະເພາະພະລາທິການ; ທັງເປັນການຍົກສູງຄວາມຮູ້-ຄວາມສາມາດໃຫ້ພະນັກງານ-ນັກຮົບ ກໍາໄດ້ລະບຽບຫຼັກການ, ວິທີການຊີ້ນຳ-ນໍາພາ ແລະ ເຮັດວຽກງານວິຊາສະເພາະຢ່າງມີຫົວ ຄິດປະດິດສ້າງ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ສ້າງໄດ້ທັດສະນະເພິ່ງ ຕົນເອງກຸ້ມຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ.