ກົມໃຫຍ່ການເມືອງປກສ ປະກາດກົງຈັກການຈັດຕັ້ງ ຂັ້ນພະແນກກົມປະກັນສັງຄົມ

0
1009

ວັນທີ 25 ພະຈິກນີ້, ກົມໃຫຍ່ການເມືອງ ກະຊວງ ປກສ ປະກາດກົງຈັກການຈັດຕັ້ງຂັ້ນພະແນກ ກົມປະກັນສັງຄົມ ທີ່ຂຶ້ນກັບກົມໃຫຍ່ການ ເມືອງ, ໂດຍມີ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ, ພ້ອມດ້ວຍພະນັກງານຂ້ອມຂ້າງກົມໃຫຍ່ ແລະ ຜູ້ທີ່ຮັບການແຕ່ງຕັ້ງເຂົ້າຮ່ວມ.

ພັທ ນາງ ນວນ ເທບພະວົງ ຮອງຫົວໜ້າຫ້ອງການ ກົມໃຫຍ່ການເມືອງ ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດໄປຮັບໜ້າທີ່ໃໝ່ຢູ່ກົມປະກັນສັງຄົມ ກັບກົມໃຫຍ່ການເມືອງ ປກສ ມີດັ່ງນີ້; ແຕ່ງຕັ້ງ ພັຕ ນາງ ມະໄລສັກ ສິນທາມະວົງ ເປັນຮອງຫົວໜ້າພະແນກແຜນ ການ ແລະ ການຄົ້ນຄວ້າສັງລວມ; ພັທ ຍອດຊາຍ ດວງສີຫາລາດ ເປັນຫົວໜ້າພະແນກຄຸ້ມຄອງກອງທຶນປະກັນສັງຄົມ ແລະ ພັຕ ນາງ ສີລິພອນ ພົມມະວິຈິດ ເປັນຮອງ; ພັທ ສຸກັນ ສີລັດສອນ ເປັນຫົວໜ້າພະແນກກວດກາ ແລະອົບຮົມ; ພັຕ ນາງ ສຸກສະດາ ດວງນູວົງ ເປັນຮອງ; ພັທ ໂກສົນ ມີພ້ອມວົງ ເປັນຫົວໜ້າພະແນກຂໍ້ມູນ-ເທັກໂນໂລຊີ ແລະ ທະບຽນ;  ພັຕ ວຽງທອງ ຈັນແກ້ວວິໄລ ເປັນຮອງ; ພັທ ນາງ ພວນວັນ ນາມວົງສາ ເປັນຫົວໜ້າພະແນກອຸດໜູນແລະປະກັນສຸຂະພາບ; ພັທ ນາງ ຂັນທະວານ ແກ້ວປະເສີດ ເປັນຫົວໜ້າພະແນກບໍາບານ ແລະ ເສຍອົງຄະ.ນອກນີ້ ຍັງໄດ້ຜ່ານຂໍ້ຕົກລົງຍົກຍ້າຍນາຍຕຳຫຼວດ ອ້ອມຂ້າງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຈຳນວນ​ 17 ສະຫາຍ.

ໃນໂອກາດນີ້, ພົຈວ ປອ ສຸວັນນີ ສີສຸພາບມີໄຊ ກໍໄດ້ຍ້ອງຍໍໍຊົມເຊີຍ ຜູ້ທີ່ໄດ້ມາຮັບໜ້າທີ່ໃໝ່ທີ່ໄດ້ຮັບການແຕ່ງ ຕັ້ງໃນຄັ້ງນີ້ ພ້ອມທັງເນັ້ນໃຫ້ເອົາໃຈໃສ່ຕໍ່ໜ້າທີ່ວຽກງານທີ່ມອບໝາຍໃຫ້ມີຜົນສໍາເລັດສູງ.ນອກນີ້, ໃນພິທີດັ່ງກ່າວ, ຍັງໄດ້ຮັບຟັງປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ( 2 ທັນວາ 1975-2 ທັນວາ 2020 ) ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ100 ປີ (13 ທັນວາ 1920 -13 ທັນວາ 2020) ທັງນີ້ ເພື່ອໃຫ້ພະນັກງານນັກຮົບຂ້ອມຂ້າງກົມໃຫຍ່ການເມືອງໄດ້ຮັບຮູ້ ແລະພ້ອມທັງນໍາເອົາເນື້ອໃນດັ່ງກ່າວໄປ ຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ເຂົ້າກັບສະພາບຄວາມເປັນຈິງ.

ພາບ-ຂ່າວ: ຕິກແກ້ວ ກະລຸນໄຊ