ປກສ ເມືອງດາກຈຶງ ເຊື່ອມຊຶມກົດໝາຍວ່າດ້ວຍເອກະສານ

0
648

ວັນທີ23ພະຈິກ ຜ່ານມາ, ກອງບັນຊາການ ປກສ ເມືອງດາກຈຶງ ແຂວງເຊກອງ ເຊື່ອມຊຶມກົດໝາຍວ່າດ້ວຍເອກະສານ ໃຫ້ພະນັກງານໄດ້ຮັບຮູ້ ເພື່ອນຳໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະມີຄວາມເປັນເອກະພາບກັນ;ໂດຍມີ ພັທ ເພັດສະຫວັນ ສຸນີສອນ ຮອງຫົວໜ້າກອງບັນຊາການ ປກສ ເມືອງດາກຈຶງ,ມີຄະນະພັກຮາກຖານ ພ້ອມດ້ວຍນາຍແລະພົນຕໍາຫຼວດ, ຕະຫຼອດຮອດ ປກສ ກຸ່ມບ້ານເຂົ້າຮ່ວມ,      

ພັທ ເພັດສະຫວັນ ສຸນີສອນ ຮອງຫົວໜ້າກອງບັນຊາການ ປກສ ເມືອງດາກຈຶງ ໄດ້ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍ ເອກະສານ ປະກອບມີ 100 ມາດຕາ ແລະ ມີ 15 ໝວດ, ທີ່ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການສ້າງ,ການຄຸ້ມຄອງ, ການນຳໃຊ້, ການຕິດ ຕາມກວດກາວຽກງານເອກະສານ ເພື່ອເຮັດການເຄື່ອນໄຫວວຽກງານດັ່ງກ່າວເປັນລະບົບ,ມີສິດທິພາບ,ເປັນເອກະພາບ ແລະທັນສະໄໝ ແນໃສ່ປົກປັກຮັກສາ ແລະ ອະນຸລັກເອກະສານ ທີ່ມີຄຸນຄ່າທາງດ້ານປະຫວັດສາດ,ວັດທະນາທຳ, ສັງຄົມແລະອື່ນໆ, ປະກອບເປັນຂໍ້ມູນຂ່າວສານໃນການສຶກສາຄົ້ນຄວ້າ ເພື່ອເປັນຫຼັກຖານອ້າງອີງ.

ພ້ອມດຽວກັນນີ້, ຜູ້ເຂົ້າຮ່ວມ ກໍໄດ້ເຊື່ອມຊຶມຄູ່ມືວຽກງານຄຸ້ມຄອງສຳເນົາເອກະສານ,ຂໍ້ຕົກລົງຂອງກະຊວງ ປກສ ວ່າດ້ວຍແຟ້ມ,ຊອງ ແລະຖົງໃສ່ຂອງຂວັນໃນວຽກງານ ປກສ, ຄຳແນະນຳກ່ຽວກັບຮູບ ແລະການຮ່າງເອກະສານ ຂອງກຳລັງ ປກສ,ປື້ມຄູ່ມືການສ້າງນິຕິກຳຂອງກຳລັງ ປກສ,ຄູ່ມືແນະນຳການສ້າງແຜນແມ່ບົດ,ແຜນປ້ອງກັນກອງປະຊຸມງານສະເຫຼີມສະຫຼອງ ແລະ ປື້ມຄູ່ມືວຽກງານຄຸ້ມຄອງເອກະສານຂອງກຳ ລັງ ປກສ ຕື່ມອີກ.