ກອງປະຊຸມພົບປະແລກປ່ຽນລະຫວ່າງຫ້ອງການເມືອງ ປກສ ແຂວງຫຼວງນ້ຳທາ ກັບຫ້ອງການເມືອງ ປກສ ແຂວງບໍ່ແກ້ວ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກ 2020 ທີ່ສະໂມສອນກອງບັນຊາການ ປກສ ແຂວງຫຼວງນ້ຳທາ; ນຳພາໂດຍ ພັອ ຄຳພັດ ພົມພິພັກ ຮອງຫົວໜ້າກອງ ບັນຊາການ ປກສ ແຂວງຫຼວງນ້ຳທາ ແລະ ພັອ ຈັນທະລາ ໄຊຍະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະຜູ້ແທນທັງ 2 ຝ່າຍ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ, ຄະນະຜູ້ແທນທັງສອງຝ່າຍ ກໍໄດ້ຜັດປ່ຽນກັນລາຍງານສະພາບການຈັດຕັ້ັງປະຕິບັດໜ້າທີ່ວຽກງານຢູ່ໃນແຕ່ລະຂົງເຂດ ພ້ອມທັງຕີລາ ຄາສະພາບການຈັດຕັ້ງປະຕິບັດໜ້າທີ່ ວຽກງານໃນໄລຍະຜ່ານມາລວມທັງດ້ານດີ, ດ້ານອ່ອນ ແລະ ບາງບົດຮຽນທີ່ຖອດ ຖອນໄດ້ໃຫ້ກັນຊາບ; ຈາກນັ້ນ, ທັງສອງຝ່າຍກໍໄດ້ຜັດປ່ຽນກັນແລກປ່ຽນປະກອບຄໍາຄິດຄໍາເຫັນໃສ່ດ້ານດີ, ຜົນງານກ້າວໜ້າທີ່ຄວນເສີມຂະຫຍາຍ, ດ້ານອ່ອນຂໍ້ຄົງຂ້າງທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂດັດແປງໜ້າທີ່ວຽກງານຈຸດສຸມໃຫ້ດີຂຶ້ນໃນຕໍ່ໜ້າເປັນຕົ້ນເລັ່ງໃສ່ວຽກງານການເປັນເສນາທິການທາງດ້ານວຽກງານພັກ-ວຽກງານການເມືອງ ໃຫ້ແກ່ຄະນະພັກ-ຄະນະບັນຊາ ທັງສອງ ກອງບັນຊາການ ປກສ ແຂວງຫຼວງນ້ຳ ທາ ແລະ ແຂວງບໍ່ແກ້ວ ໃຫ້ນັບມື້ດີຂຶ້ນ ເທື່ອລະກ້າວ.

ໂອກາດດັ່ງກ່າວ, ພັອ ຄຳພັດ ພົມ ພິພັກ ຍັງໄດ້ມີຄຳເຫັນໃຫ້ຄະນະຫ້ອງ, ພະນັກງານ-ນັກຮົບ ທັງສອງຫ້ອງການ ເມືອງ ຈົ່ງພ້ອມກັນຮັກສາມູນເຊື້ອຜົນ ງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມ ກັນນຳເອົາບົດຮຽນເນື້ອໃນກອງປະຊຸມ ໃນການແລກປ່ຽນ, ຖອດຖອນຄັ້ງນີ້ ໄປ ຜັນຂະຫຍາຍໃຫ້ເກີດດອກອອກຜົນ ແລະ ກາຍເປັນຮູບປະທຳຕົວຈິງ, ສືບຕໍ່ປະສານສົມທົບກັບເພື່ອນຮ່ວມງານເພື່ອ ເອກະພາບກັນເຮັດໃຫ້ວຽກງານ ດັ່ງ ກ່າວມີສີສັນດີຂຶ້ນກວ່າເກົ່າ.