ໃນລະຫວ່າງວັນທີ 19-20 ພະຈິກ 2020, ພະແນກສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ແຂວງຄໍາມ່ວນ ໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງການຄ້າມະນຸດ ໃຫ້ນ້ອງນັກຮຽນໂຮງຮຽນ ມສ ຍົມມະລາດ ເມືອງຍົມມະລາດ ຢູ່ບ້ານ ທົ່ງ ເມືອງນາກາຍ ແຂວງຄຳມ່ວນ; ໂດຍ ມີ ພັທ ພູຂົງ ຂຸນໂນລາດ ຮອງຫົວໜ້າ ຫ້ອງຕຳຫຼວດ ປກສ ແຂວງ, ມີບັນດາ ຄະນະຫົວໜ້າຂະແໜງປົກປ້ອງແຮງງານ ສະຫະພັນກຳມະບານແຂວງ, ຫົວໜ້າ ຂະແໜງແຮງງານ ແລະ ສະຫວັດດີການ ສັງຄົມ, ພະນັກງານຕຳຫຼວດກອງບັນຊາ ການ ປກສ ເມືອງຍົມມະລາດ ແລະ ອຳ ນາດການປົກຄອງບ້ານຕະຫຼອດຮອດ ນ້ອງນັກຮຽນ ເຂົ້າຮ່ວມ.

ການເຜີຍແຜ່ຄັ້ງນີ້, ຄະນະຮັບຜິດ ຊອບໄດ້ຍົກໃຫ້ເຫັນຮູບແບບການຄ້າມະນຸດແມ່ນການຂູດຮີດແຮງງານ, ການບັງຄັບເປັນໂສເພນີ, ການແຕ່ງດອງແອບ ແຝງ ທີ່ຂັດກັບກົດໝາຍ ແລະ ວັດທະນະທຳອັນດີງາມຂອງຊາດ; ບັນຫາຫຼັກໆທີ່ພາໃຫ້ເກີດມີການຄ້າມະນຸດ ກໍຍ້ອນສະພາບຄວາມທຸກຍາກ, ການສຶກສາຮ່ຳຮຽນ, ຄົນຫວ່າງງານເປັນຈຳນວນຫຼວງຫຼາຍ, ບໍ່ມີຄວາມສະຫງົບໃນຄອບຄົວ, ເຕັກໂນໂລຊີທີ່ທັນສະໄໝ ແລະ ການຈະເລີນກ້າວໜ້າຂອງບ້ານເມືອງ; ດັ່ງນັ້ນ, ຈຶ່ງເຮັດໃຫ້ຜູ້ຄົນເກີດຄວາມຍາກມີຍາກໄດ້ ແລະ ເກີດມີການແຂ່ງຂັນກັນ ດັ່ງ ນັ້ນຈິ່ງເຮັດໃຫ້ບຸກຄົນດັ່ງກ່າວຕົກເປັນເຫຍື່ອຂອງການຄ້າມະນຸດເປັນຈຳນວນຫຼວງຫຼາຍ.

ການລົງໂຄສະນາເຜີຍແຜ່ຜົນຮ້າຍ ຂອງການຄ້າມະນຸດໃນຄັ້ງນີ້ ກໍເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜົນຮ້າຍຂອງການຄ້າມະນຸດໃຫ້ພະນັກງານ ຄູ-ອາຈານ ນ້ອງນັກຮຽນຮັບຮູ້ເຖິງຜົນ ກະທົບຮູບແບບຂອງການຄ້າມະນຸດໃນປັດຈຸບັນເພື່ອໃຫ້ມີສະຕິຕື່ນຕົວໃນການ ປ້ອງກັນສະກັດກັ້ນ ແລະ ຕ້ານການຄ້າ ມະນຸດ ໃຫ້ຮູ້ທັນວິທີການເລ່ລ່ຽມຂອງຜູ້ຄ້າມະນຸດ ເພື່ອປ້ອງກັນບໍ່ໃຫ້ຕົນເອງ ຫຼື ລູກຫຼານຕົກເປັນເຫຍື່ອຂອງການຄ້າມະນຸດ.

ຂ່າວຍັງໃຫ້ຮູ້ອີກວ່າ: ໃນໄລຍະຕົ້ນເດືອນນີ້, ພະແນກສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ແຂວງຄຳມ່ວນ ຍັງໄດ້ລົງເຜີຍແຜ່ຜົນຮ້າຍຂອງການຄ້າມະນຸດຢູ່ບັນດາໂຮງຮຽນອ້ອມຂ້າງເມືອງໜອງບົກ, ໂດຍມີພະນັກງານຄູ-ອາຈານ-ນັກຮຽນ ແລະ ອຳນາດການປົກຄອງ ເມືອງໜອງບົກ ເຂົ້າຮ່ວມ.