ໃນກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບປະຈໍາເດືອນຕຸລາ ແລະ ວາງທິດທາງແຜນການເດືອນພະຈິກ 2020 ຂອງກອງບັນຊາການ ປກສ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 1 ເດືອນຜ່ານມາ, ທົ່ວເມືອງມີຄະດີເກີດຂຶ້ນທັງໝົດ 2 ເລື່ອງ, ກັກຕົວຜູ້ຖືກຫາ ທັງໝົດ 4 ຄົນ.

ກອງປະຊຸມດັ່ງກ່າວ, ຈັດຂຶ້ນຄັ້ງວັນ ທີ 23 ພະຈິກ 2020 ໂດຍການເປັນປະທານຂອງ ພັທ ປທ ແອ່ ພີມມະວົງ ຫົວໜ້າກອງບັນຊາການ ປກສ ເມືອງ ວຽງພູຄາ; ມີຄະນະພັກ-ຄະນະກອງບັນ ຊາການ, ຫົວໜ້າ-ຮອງພະແນກ, ຫົວໜ້າ-ຮອງ ປກສ ບໍລິການປະຊາຊົນ ປກສ ກຸ່ມບ້ານ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ; ພັຕ ລິນດາວົງ ຈີເຕດທະວິລຸນ ຫົວໜ້າຫ້ອງການກອງ ບັນຊາການ ປກສ ເມືອງ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ຄະນະພັກ-ຄະນະ ກອງບັນຊາການ ປກສ ເມືອງ ໄດ້ເອົາໃຈໃສ່ນຳພາ-ບັນຊາການຈັດຕັ້ງປະຕິບັດວຽກງານວິຊາສະເພາະປ້ອງກັນສະ ກັດກັ້ນ, ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້; ເຊິ່ງສະແດງອອກ: ໃນໄລຍະ 1 ເດືອນຜ່ານມາທົ່ວເມືອງ ມີຄະດີເກີດຂຶ້ນ ທັງໝົດ 2 ເລື່ອງ, ກັກຕົວຜູ້ຖືກຫາ ທັງໝົດ 4 ຄົນ, ຍິງ 1 ຄົນ, ມີອຸບັດຕິ ເຫດເກີດຂຶ້ນ ທັງໝົດ 6 ເລື່ອງ, ເສຍ ຊີວິດ 1 ຄົນ, ມູນຄ່າເສຍຫາຍ ທັງໝົດ ປະມານ 100 ລ້ານກວ່າກີບ; ຈາກນັ້ນ, ກໍມີການຜ່ານເອກະສານສໍາຄັນອື່ນໆອີກຈໍານວນໜຶ່ງ.

ໂອກາດດຽວກັນນີ້, ພັທ ປທ ແອ ພິມມະວົງ ໄດ້ຮຽກຮ້ອງໃຫ້ຄະນະພັກ ແຕ່ລະຂັ້ນ ຈົ່ງເພີ່ມທະວີການນໍາພາສຶກສາອົບຮົມການເມືອງ-ແນວຄິດເປັນເຈົ້າການໃນການປະຕິບັດແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ປະຕິບັດວຽກງານວິຊາສະເພາະ ດໍາເນີນການຮ່ວມຊີວິດໃຫ້ເປັນປົກກະຕິປະຕິບັດຕາມສິດ, ໜ້າທີ່ ແລະ ພະ ລະບົດບາດ; ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນກວ່າ ເກົ່າເປັນເຈົ້າການໃນການຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ທັງນີ້ ກໍເພື່ອແນໃສ່ເຮັດໃຫ້ສັງຄົມ, ມີສະຖຽນລະພາບທາງດ້ານການເມືອງ ແລະ ເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ.