ເມື່ອບໍ່ດົນມານີ້, ຫ້ອງການຕໍາຫຼວດດ່ານສາກົນລະໄລ ແຂວງສາລະວັນ ໄດ້ມອບເຄື່ອງບໍລິໂພກ ປະກອບມີ: ມີ່ແຫ້ງ ຈຳນວນ 50 ແກັດ, ກາເຟ 10 ຖົງ ລວມມູນຄ່າ 2 ລ້ານກວ່າກີບ ໃຫ້ຄະນະຮັບຜິດຊອບວຽກງານປ້ອງກັນໃນ ໄລຍະການປ້ອງກັນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ 9 ເພື່ອເປັນການປະກອບສ່ວນຊຸກຍູ້ໃຫ້ກຳລັງປ້ອງກັນເຮັດໜ້າທີ່ໃຫ້ສຳເລັດຜົນ.

ກ່າວມອບໂດຍ ຮອ ຂຽວສຳພັນ ຈັນທະວົງ ຫົວໜ້າຫ້ອງການຕຳຫຼວດດ່ານສາກົນລະໄລ ພ້ອມຄະນະ; ຕາງໜ້າໃຫ້ຄະນະຮັບຜິດຊອບວຽກງານປ້ອງກັນ ກ່າວຮັບໂດຍ ພັອ ສີເສີດ ສອນດາລາ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມທັງກ່າວສະແດງຄຳຂອບໃຈຕໍ່ຄະນະຫ້ອງການຕຳຫຼວດດ່ານສາກົນລະໄລ ທີ່ນຳເອົາເຄື່ອງບໍລິໂພກມາມອບໃຫ້ໃນຄັ້ງນີ້; ເຊິ່ງເຄື່ອງຈຳນວນດັ່ງກ່າວແມ່ນຈະນຳໄປມອບຕໍ່ໃຫ້ຄະນະຮັບຜິດຊອບການປ້ອງກັນກອງປະຊຸມໃນແຕ່ລະຈຸດໄດ້ບໍລິໂພກຢ່າງທົ່ວເຖິງ.