ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 14ແບບທາງໄກ ໂດຍຜ່ານລະບົບວິດີໂອອອນລາຍ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 25-26 ພະຈິກ 2020,ເປັນປະທານໂດຍ ພົອ ໂຕ ເລີມ ລັດຖະມົນຕີກະ ຊວງຕໍາຫຼວດ ສສ ຫວຽດນາມ ພາຍໃຕ້ຄໍາຂວັນ “ ອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ ເພື່ອຕ້ານອາຊະຍາກໍາຂ້າມຊາດ ”, ມີຄະນະຜູ້ແທນຈາກ 10 ປະເທດສະ ມາຊິກອາຊຽນ ແລະ ກອງເລຂາອາຊຽນເຂົ້າຮ່ວມ;ສໍາລັບ ສປປ ລາວ,ນຳພາຄະນະຜູ້ແທນເຂົ້າຮ່ວມໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ.

ໃນກອງປະຊຸມ,ຄະນະຜູ້ແທນໄດ້ພ້ອມກັນແລກປ່ຽນທັດສະນະກ່ຽວກັບຄວາມພະຍາຍາມລະດັບຊາດ, ພາກພື້ນ ແລະ ສາກົນໃນການຕ້ານອາຊະຍາກໍາຂ້າມຊາດ.ພ້ອມກັນນັ້ນ ກໍໄດ້ລາຍງານສະພາບອາຊະຍາກໍາຂ້າມຊາດ ແລະ ບັນດາມາດຕະການສະກັດກັ້ນບັນຫາດັ່ງກ່າວໃນປະເທດ ຂອງຕົນ ແລະ ຍັງໄດ້ເນັ້ນໃຫ້ເຫັນເຖິງຄວາມສໍາຄັນຂອງການຮັດແໜ້ນ ການຮ່ວມມືພາກພື້ນເພື່ອແກ້ໄຂບັນຫາດັ່ງກ່າວ.ນອກນັ້ນ, ກອງປະ ຊຸມ ຍັງໄດ້ຮັບຮອງເອົາບັນດາເອກະສານສໍາຄັນທີ່ພົວພັນເຖິງຄວາມຮັບຜິດຊອບຂອງກອງປະຊຸມລັດຖະມົນຕີອາຊຽນ ແລະ ກອງປະຊຸມເຈົ້າ ໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານ.

ກອງປະຊຸມຄັ້ງນີ້, ພາຍໃຕ້ການເປັນປະທານຂອງ ສສ ຫວຽດນາມ ຖືກດໍາເນີນໄປດ້ວຍບັນຍາກາດອັນອົບອຸ່ນ, ບັນດາປະເທດສະມາຊິກອາຊຽນ ໄດ້ປະກອບຄໍາຄິດ ຄໍາເຫັນແລກປ່ຽນທັດສະນະຢ່າງກົງໄປ-ກົງມາ ແລະ ສ້າງສັນອັນໄດ້ເຮັດໃຫ້ກອງປະຊຸມດັ່ງກ່າວ ມີຜົນສໍາເລັດຢ່າງຈົບງາມ ແລະ ບັນລຸຈຸດປະສົງຕາມຄາດໝາຍທີ່ໄດ້ກໍານົດໄວ້.

ໂອກາດດຽວກັນ, ກອງປະຊຸມ ຍັງໄດ້ມີການມອບຮັບໜ້າທີ່ ການເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມລັດ ຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ໃຫ້ປະເທດບຣູໄນ ດາລູຊາລາມ ເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວປີຕໍ່ໄປ ໃນ ນາມປະທານອາຊຽນໃນປີ 2021.

ພາບ-ຂ່າວ: ລັດດາວັນ ບຸດຕະວົງ