ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ໄຊຍະບູລີ ໄດ້ລົງເຄື່ອນໄຫວໂຄສະນາ ຝຶກອົບຮົມເຜີຍແຜ່ວິທີສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ບໍລິສັດ ພິພີສາຂາໄຊ ຍະບູລີ, ໃນວັນທີ 18 ພະຈິກ 2020; ມີ ພັທ ປານ ບຸນປອນ ຮອງຫົວໜ້າຫ້ອງ ຕໍາຫຼວດກອງບັນຊາການ ປກສ ແຂວງ, ທ່ານ ບຸນມີ ເທບບູລີ ຕາງໜ້າບໍລິສັດພີ ພີ ພ້ອມດ້ວຍພະນັກງານພາຍໃນບໍລະ ສັດເຂົ້າຮ່ວມ.

ພັຕ ບຸນຈັນ ໄຊຍະວົງ ຮອງຫົວ ໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ຍົກໃຫ້ເຫັນກົດໝາຍ ບາງມາດຕາກ່ຽວກັບການສະກັດກັ້ນ ແລະ ຕ້ານອັກຄີໄພ ແລະ ຜົນເສຍຫາຍ ທີ່ເກີດຈາກອັກຄີໄພ ເຊິ່ງໄດ້ສ້າງຄວາມ ເສຍຫາຍທາງດ້ານຊັບສິນ, ສຸຂະພາບ ແລະ ຊີວິດຂອງປະຊາຊົນບັນດາເຜົ່າ ເປັນຈໍານວນຫຼວງຫຼາຍໃນແຕ່ລະປີ; ສະນັ້ນ, ຍ້ອນເຫັນໄດ້ຄວາມເສຍຫາຍ ແລະ ໄພອັນຕະລາຍດັ່ງກ່າວເຈົ້າໜ້າທີ່ ຈຶ່ງໄດ້ລົງໂຄສະນາເຜີຍແຜ່ວຽກງານດັ່ງກ່າວ ໃຫ້ບັນດາສະມາຊິກຂອງບໍລິສັດໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ເພື່ອໃຫ້ພະນັກ ງານພາຍໃນບໍລິສັດໄປໝູນໃຊ້ເຂົ້າໃນຊີວິດປະຈໍາວັນ, ເຊິ່ງເປັນການປົກປ້ອງສິດຜົນປະໂຫຍດເພື່ອຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງ ຄົມ.

ນອກນັ້ນຍັງໄດ້ອະທິບາຍຄວາມຮູ້ພື້ນຖານກ່ຽວກັບການສະກັດກັ້ນ ແລະ ຕ້ານອັກຄີໄພ, ວິທີບໍາລຸງຮັກສາບັ້ງມອດ ໄຟ ແລະ ການນໍາໃຊ້ເຂົ້າໃນການດັບ ມອດເມື່ອເກີດອັກຄີໄພເກີດຂຶ້ນ ຈາກ ນັ້ນຍັງໄດ້ນໍາພານັກສໍາມະນາກອນລົງ ປະຕິບັດຕົວຈິງວິທີເຂົ້າດັບມອດໄຟເຜົາ ໄໝ້ຈາກນໍ້າມັນ ແລະ ເຕົາແກັດ ດ້ວຍ ມືເປົ່າ ແລະ ໃຊ້ອຸປະກອນເຂົ້າດັບມອດ ຕື່ມອີກ.