ຕອນຄໍ່າວັນທີ 27 ພະຈິກ 2020 ທີ່ເດີ່ນປະຕູໄຊ ໄດ້ມີພິທີເປີດການນໍາໃຊ້ລະບົບໄຟເຍືອງທາງໃນ 7 ເສັ້ນທາງ ແລະ ລະບົບນໍ້າພຸປະຕູໄຊ ໃນໂຄງການແສງສະຫວ່າງຂອງເຂດເທດສະບານໃຈກາງຕົວເມືອງ ນະຄອນຫຼວງວຽງຈັນ ເຊິ່ງເປັນໂຄງການຊ່ວຍເຫຼືອລ້າຈາກລັດຖະບານແຫ່ງ ສປ ຈີນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ຈ່ຽງ ຈ້າຍ ຕຸງ ເອກອັກຄະລັດຖະທູດຈີນ ປະຈໍາ ລາວ.

ໂຄງການດັ່ງກ່າວ ປະກອບມີ 3 ໜ້າວຽກຫຼັກ ຄື: ຍົກລະດັບລະບົບໄຟຟ້າເຂດເທດສະບານ ແລະ ຊານເມືອງໃນນະຄອນຫຼວງວຽງຈັນ, ປັບປຸງລະບົບນໍ້າພຸ ຢູ່ສວນປະຕູໄຊ ແລະ ຍົກລະດັບລະບົບໄຟແສງສະຫວ່າງເຍືອງທາງ ໃນ 7 ເສັ້ນທາງຂອງເຂດໃຈກາງນະຄອນຫຼວງວຽງຈັນ.

ໂອກາດນີ້, ທ່ານ ຊົງເລົ່າ ຢົງນູ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ໄດ້ຕາງໜ້າ ຄະນະຮັບຜິດຊອບໂຄງການ ຝ່າຍລາວ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການນີ້ ພາຍຫຼັງ 2 ຝ່າຍ ລາວ-ຈີນ ໄດ້ລົງມືຕິດຕັ້ງລະບົບດັ່ງກ່າວ ນັບແຕ່ວັນທີ 12 ກັນຍາ ປີ 2020, ເຊິ່ງຮອດປັດຈຸບັນນີ້ ໂຄງການໄດ້ສຳເລັດໂດຍພື້ນຖານ ໃນການກໍ່ສ້າງ-ຕິດຕັ້ງ ແລະ ສາມາດເປີດນໍາໃຊ້ຢ່າງເປັນທາງການ.

ໂຄງການດັ່ງກ່າວ ຍັງມີວຽກຈໍານວນໜຶ່ງຈະຕ້ອງໄດ້ສືບຕໍ່ປະຕິບັດ ເຊັ່ນ: ການປັບປຸງທາງຍ່າງ, ບ່ອນຕິດຕັ້ງຕີນເສົາ, ຕິດຕັ້ງລະບົບກ້ອງວົງຈອນປິດ ແລະ ຫ້ອງຄວບຄຸມ ລວມທັງສັນຍານສົ່ງຂໍ້ມູນ ແລະອື່ນໆ ເຊິ່ງຈະໃຫ້ສໍາເລັດໃນວັນທີ 25 ກຸມພາ ປີ 2021 ແລະ ຄາດວ່າ ຈະໄດ້ມອບ-ຮັບໂຄງການ ໃນວັນທີ 25 ມີນາ ປີ 2021.