ວັນທີ 1 ທັນວາ 2010, ວິທະຍາຄານ ກົມມະດໍາ ຫ້ອງພະລາທິການ ວິທະຍາຄານກົມມະດໍາ ໄດ້ຈັດຕັ້ງປາຖະກະຖາເລົ່າຄືນມູນເຊື້ອ 2 ວັນ ປະຫວັດສາດຂອງຊາດ ຄື: ເອກະສານໂຄສະນາປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ( 2 ທັນວາ 1975 – 2 ທັນວາ 2020 ) ແລະ ເອກະສານປາຖະກະຖາ ວັນເກີດທ່ານ ປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ( 13 ທັນວາ 1920 – 13 ທັນວາ 2020 ). ໂດຍການເປັນປະທານຂອງ ພັທ ຊົມພູ ໄຊຍະເພັດ ຮອງຫ້ອງພະລາທິການ ວິທະຍາຄານກົມມະດໍາ ຜູ້ຊີ້ນໍາວຽກງານການເມືອງ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ມີພະນັກງານ-ນັກຮົບທົ່ວຫ້ອງພະລາທິການເຂົ້າຮ່ວມຮັບຟັງ.

ໂອກາດດັ່ງກ່າວ, ພັທ ຊົມພູ ໄຊຍະເພັດ ຮັບຜິດຊອບວຽກງານການເມືອງ ຫ້ອງພະລາທິການ ວິທະຍາຄານກົມມະດໍາ ໄດ້ປາຖະກະຖາເລົ່າຄືນມູນເຊື້ອ 2 ວັນປະຫວັດສາດ ເຊັ່ນ: ໂຄສະນາປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ເອກະສານປາຖະກະຖາ ວັນເກີດ ທ່ານ ປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ວັນທີ 2 ທັນວາ ແມ່ນວັນທີ່ມີຄວາມຫມາຍຄວາມສໍາຄັນສໍາລັບ ທົ່ວພັກ-ທົ່ວລັດ ແລະ ທົ່ວປວງຊົນລາວ ແມ່ນວັນແຫ່ງໄຊຊະນະ ອັນຍິ່ງໃຫ່ຍໃນປະຫວັດສາດແຫ່ງການຕໍ່ສູ້ເປັນພັນໆປີຂອງຊາດລາວເຮົາ ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດ ຢ່າງແທ້ຈິງ ແມ່ນວັນທີ່ປະເທດ ລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ ມີທີ່ຕັ້ງອັນສົມ ກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆ ໃນເວທີປະຊາຄົມໂລກ ສາມາດປົດປ່ອຍປະເທດ ຊາດຢ່າງມີໄຊ ສະຖາປານາສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ລັດປະຊາທິ ປະໄຕປະຊາຊົນ ແມ່ນລັດທີ່ເກີດຈາກການຕໍ່ສູ້ເສຍສະຫຼະອັນໃຫ່ຍຫຼວງ ຂອງປະຊາຊົນລາວບັນດາເຜົ່າລັດທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ແລະ ມູນເຊື້ອປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່ ແມ່ນລູກຜູ້ປະເສີດຂອງປະຊົນລາວ ບັນດາເຜົ່າ ແມ່ນນັກປະຕິວັດຜູ້ດີເລີດ ເພິ່ນເປັນຜູ້ນໍາສູງສຸດ ຂອງການປະຕິວັດທີ່ມີຄວາມປີຊາສາມາດ, ມີຄວາມສະຫຼາດຫຼັກແຫຼມ, ມີໄຫວພິກອັນແຫຼມຄົມ ແລະ ມີນ້ໍາໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ ເປັນຜູ້ນໍາທີ່ແສນເຄົາລົບຮັກຂອງ ພັກ-ລັດ ແລະ ປະຊາ ຊົນວິລະບຸລຸດຂອງຊາດລາວເຮົາຕະຫຼອດໄປ.

ຂ່າວ: ວັນນະເລດລໍວັນໄຊ ພາບ: ລຸງທອງ ສີບຸນເຮືອງ