ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ອ້ອມຂ້າງ ກົມໃຫຍ່ການເມືອງ

0
1275

ວັນທີ 1 ທັນວາ ຜ່ານມາ,ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດຜູ້ທີ່ມີຜົນງານດີເດັ່ນ ແລະຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນ,ໃຫ້ກຽດເປັນປະທານ ແລະ ປະດັບຊັ້ນໂດຍ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ-ຄະນະບັນຊາ, ພ້ອມດ້ວຍກົມກອງອ້ອມຂ້າງກົມໃຫຍ່ ແລະ ພະນັກງານນັກຮົບ ຜູ້ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

ພັອ ບຸນສີ ທໍາມະລັງສີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງຂອງລັດ ຖະມົນຕີກະຊວງ ປກສ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດກົມໃຫຍ່ການເມືອງ ປກສ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງ ປກສ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ;ໂດຍປະຕິບັດຕາມນະ ໂຍບາຍຂອງພັກລັດທີ່ມີຕໍ່ນາຍຕໍາຫຼວດ ຜູ້ທີ່ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດ ຖານເງື່ອນໄຂຂອງການເລື່ອນຊັ້ນທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາ ຊົນ.ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນພັນໂທ 3 ສະຫາຍ, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນຊັ້ນພັນຕີ 6 ສະຫາຍ ຍິງ 2 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນຊັ້ນຮ້ອຍເອກ 7 ສະ ຫາຍ ຍິງ 3 ສະຫາຍ, ເລື່ອນຊັ້ນຮ້ອຍຕີ ຂຶ້ນຮ້ອຍໂທ 10 ສະຫາຍ ຍິງ 3 ສະຫາຍ, ເລື່ອນຊັ້ນ ວາທີ ຂຶ້ນຮ້ອຍຕີ 4 ສະຫາຍ ຍິງ 1 ສະຫາຍ, ເລື່ອນຊັ້ນສິບໂທ  ຂຶ້ນສິບເອກ 15 ສະຫາຍ ຍິງ 8 ສະຫາຍ ແລະ ເລື່ອນຊັ້ນ II ຂຶ້ນI ຈໍານວນ 4 ສະຫາຍ, ຍິງ 4 ສະຫາຍ.

ໃນພິທີ, ພົຈວ ຄໍາສາຍ ຈັນທະວົງ ໄດ້ໂອ້ລົມຕໍ່ນາຍ ແລະ ພົນຕໍາຫຼວດ ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້,ໂດຍທ່ານໄດ້ຊີ້ນໍາໃຫ້ສືບຕໍ່ປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້ ດ້ວຍຄວາມບຸກບືນຫ້າວຫັນຂຶ້ນກວ່າເກົ່າ,ເອົາໃຈເຕົ້າໂຮມຄວາມສາມັກຄີເປັນປຶກ ແຜ່ນ, ກໍາແໜ້ນແນວທາງຂອງພັກ, ກົດໝາຍຂອງລັດ,ມະຕິ,ຄໍາສັ່ງຕ່າງໆ ກໍຄື ລະບຽບຂອງກໍາລັງປ້ອງກັນຄວາມສະຫງົບ,ປະຕິບັດຢ່າງເຂັ້ມ ງວດ ເປັນແບບຢ່າງທີ່ດີໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບ ກໍຄື ພາຍໃນກົມກອງຂອງຕົນ ເພື່ອເຮັດໃຫ້ເຮັດກໍາລັງມີຄວາມໜັກແໜ້ນ, ເຂັ້ມແຂງຂຶ້ນໄປເລື່ອຍໆ.

ພາບ-ຂ່າວ: ຄຳໂຖ ວັນນະລາດ