ລັດຖະມົນຕີ ປກສ ຮັບການອວຍພອນຈາກອຸປະທູດ ແລະ ອົງການຜູ້ຕາງໜ້າ ຕໍາຫຼວດ ຫວຽດນາມ ປະຈໍາ ລາວ

0
776

ວັນທີ 1 ທັນວາ 2020, ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຮັບການອວຍພອນຈາກທ່ານ ນາງ ຈິງ ທິ ເຕິມ ອຸປະທູດ ສສ ຫວຽດນາມ ປະຈໍາລາວ ແລະ ທ່ານ ຮວາງ ກວາງ ເຫືອງ ຫົວໜ້າອົງການຜູ້ຕາງໜ້າ ກະຊວງຕໍາຫຼວດຫວຽດນາມ ປະຈໍາ ສປປ ລາວ, ພ້ອມດ້ວຍຄະນະເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ.

ໂອກາດດັ່ງກ່າວ, ພົທ ວິໄລ ຫຼ້າຄໍາຟອງ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມຂອບໃຈ ຕໍ່ທ່ານອຸປະທູດ ສສ ຫວຽດນາມ ປະຈໍາລາວ ແລະ ທ່ານຫົວໜ້າອົງການຜູ້ຕາງໜ້າຕໍາຫຼວດຫວຽດນາມ ປະຈໍາ ສປປ ລາວ ທີ່ເຫັນຄວາມສໍາຄັນວັນແຫ່ງໄຊຊະນະຂອງປະຊາຊົນລາວ ທັງຊາດ ກໍຄື ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ, ຕໍ່ກັບໄຊຊະນະດັ່ງກ່າວ ສອງຊາດ ລາວ-ຫວຽດນາມ ໄດ້ຊ່ວຍເຫຼືອເຊີ່ງກັນແລະກັນ ທາງດ້ານວຽກງານຕ່າງໆ ໂດຍສະເພາະ ດ້ານວຽກງານປ້ອງກັນຄວາມສະຫງົບລາວ-ຫວຽດນາມທີ່ໄດ້ມີມາແຕ່ດົນນານ ແລະໄດ້ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພິເສດມາຈົນເຖິງປັດຈຸບັນ ເຮັດໃຫ້ທັງສອງຊາດລາວ-ຫວຽດນາມ ອ້າຍນ້ອງ ເພື່ອຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຂອງປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.

ໃນໂອກາດນີ້, ທ່ານ ນາງ ຈິງ ທິ ເຕິມ ພ້ອມດ້ວຍຄະນະ ໄດ້ອວຍພອນໃຫ້ທ່ານລັດຖະມົນຕີ ກະຊວງ ປກສ ພ້ອມດ້ວຍຄະນະ ແລະ ພະນັກ ງານນັກຮົບໃນກໍາລັງປ້ອງກັນຄວາມສະຫງົບ ຈົ່ງມີສຸຂະພາບເຂັ້ມແຂງ,ມີພາລະນາໄມທີ່ສົມບູນ,ສືບຕໍ່ຊີ້ນໍາ-ນໍາພາວຽກງານປ້ອງກັນຄວາມສະຫງົບໃຫ້ປະເທດຊາດມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເປັນກໍາລັງປະກອບອາວຸດທີ່ເຂັ້ມແຂງໃຫ້ແກ່ປະຊາຊົນລາວ ພ້ອມທັງຮັກສາມູນເຊື້ອຄວາມສາມັກຄີພິເສດຂອງສອງຊາດ ລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະ ແມ່ນສອງກໍາລັງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ໃຫ້ເຕີບໃຫຍ່ຂະຫຍາຍຕົວດີຂຶ້ນເລື້ອຍໆ.

ພາບ-ຂ່າວ: ຈັນສະໝອນ ໝື່ນສີ