ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ X ຂອງອົງຄະນະພັກແຂວງຄຳມ່ວນ ໄດ້ປິດລົງໃນວັນທີ 30 ພະຈິກ 2020 ທີ່ສະໂມສອນແຂວງ ພາຍໃຕ້ຄໍາຂວັນ “ ທຸກຂັ້ນນໍາພາ-ຄຸ້ມຄອງໜັກແໜ້ນເຂັ້ມແຂງ ທຸກສິ່ງຫຍໍ້ທໍ້ໄດ້ຮັບການແກ້ໄຂ ແລະ ຕີຖອຍທຸກປັດໄຈ ແລະ ທ່າແຮງບົ່ມຊ້ອນໄດ້ຮັບການເສີມຂະຫຍາຍພື້ນຖານເສດຖະກິດກະສິກໍາ-ອຸດສາຫະກໍາ-ການບໍລິການພັດທະນາຢ່າງແຂງແຮງ ກົມກຽວຍືນຍົງປະຊາຊົນພົ້ນທຸກຢ່າງ ທົ່ວເຖິງໜັກແໜ້ນ ”; ກອງປະຊຸມພາຍໃຕ້ການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ເລຂາພັກແຂວງ ຮັກສາການເຈົ້າແຂວງໆຄຳມ່ວນ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງ ພັກເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ; ມີບັນດາແຂກຮັບເຊີນ, ຜູ້ແທນສົມບູນເຂົ້າຮ່ວມທັງໝົດ 335 ສະຫາຍ ຍິງ 38 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວແຂວງ ຈໍານວນ 20.265 ສະຫາຍ.

ກອງປະຊຸມໃຫຍ່ໄດ້ຄົ້ນຄວ້າຕົກລົງ ແລະ ຮັບຮອງເອົາຫຼາຍບັນຫາສໍາຄັນຕ່າງໆ, ຮັບຮອງເອົາຮ່າງລາຍງານການເມືອງຂອງອົງຄະນະ ພັກແຂວງ ສະໄໝທີ IX; ຮັບຮອງເອົາບົດສະຫຼຸບຕີລາຄາການນໍາພາ-ຊີ້ນໍາຂອງອົງຄະນະພັກແຂວງ, ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການສືບຕໍ່ຜັນຂະຫຍາຍວິໄສທັດ ການພັດທະນາແຂວງຄຳມ່ວນ ແຕ່ນີ້ເຖິງປີ 2030 ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ X ( 2021-2025).

ໃນນັ້ນໄດ້ກຳນົດວິໄສທັດຂອງແຂວງຄືນໃໝ່ ແລະ ໄດ້ຮັບຮອງເອົາຮ່າງບົດສໍາຫຼວດການນໍາພາລວມຂອງ ຄະນະບໍລິຫານງານພັກແຂວງ ສະໄໝທີ IX, ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານພັກແຂວງ ສະໄໝທີ X ຈໍານວນ 35 ສະຫາຍ ຍິງ 3 ສະຫາຍ; ເພື່ອເປັນແກນນໍາໃນການນໍາພາ-ຊີ້ນໍາທົ່ວອົງຄະນະພັກແຂວງ ໃຫ້ມີຜົນສໍາເລັດໃໝ່, ສ້າງບາດກ້າວບຸກທະລຸໃນການພັດທະນາໃຫ້ປະກົດຜົນເປັນຈິງສາມາດນໍາພາແຂວງຄໍາມ່ວນ ກ້າວຂຶ້ນຢ່າງໜັກແໜ້ນ.

ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກແຂວງ ສະໄໝທີ X ໄດ້ເລືອກຕັ້ງເອົາຄະນະປະຈຳ ຈຳນວນ 11 ສະຫາຍ ຍິງ 1 ສະຫາຍ, ໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ວັນໄຊ ພອງສະຫວັນ ເປັນເລຂາຄະນະ ພັກ, ເລືອກເອົາສະຫາຍ ບຸນມີ ພິມມະ ສອນ ແລະ ສະຫາຍ ວົງເພັດ ຈິດປັນຍາ ເປັນຮອງເລຂາຄະນະພັກ, ເລືອກເອົາ ສະຫາຍ ຄຳສອນ ອ້ວນທະວີ ເປັນປະທານກວດກາພັກ, ເລືອກເອົາ ສະຫາຍ ສີສຸກ ພິມມະສອນ, ສະຫາຍສະເຫຼີມສັກ ແກ້ວຈັນທະລາ ແລະ ສະຫາຍ ນາງ ໂພໄຊ ຮົ່ມສະຫວັນ ເປັນຮອງປະທານກວດກາພັກ, ເລືອກເອົາຜູ້ແທນສົມບູນ ຈຳນວນ 26 ສະຫາຍ, ສຳຮອງຈຳນວນ 3 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ.

ໃນໂອກາດດຽວກັນນີ້, ສະຫາຍ ຄຳພັນ ພົມມະທັດ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກຊຸດໃໝ່ ຈົ່ງເຊີດຊູຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານຢ່າງແຂງແຮງເພື່ອນຳພາແຂວງຄຳມ່ວນ ກ້າວຂຶ້ນຕາມທິດທີ່ ກຳນົດໄວ້; ແນໃສ່ເຮັດໃຫ້ແຂວງຄຳມ່ວນ ມີສະຖຽນລະພາບດ້ານການເມືອງ, ໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ, ເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນບາດກ້າວໝັ້ນທ່ຽງ, ດ້ານວັດທະນະທຳ-ສັງຄົມ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມຕ້ອງໄປຕາມທິດສີຂຽວ ແລະ ຍືນຍົງແທ້ຈິງຕິດພັນກັບການຈັດສັນເຂດຈຸດສຸມການພັດທະນາຂຸດຄົ້ນເສີມຂະຫຍາຍທ່າແຮງບົ່ມຊ້ອນກຳລັງແຮງ ແລະ ເງື່ອນໄຂຕົວຈິງທີ່ມີຢູ່ໃນແຕ່ລະພື້ນທີ່-ແຕ່ລະເຂດ; ການແກ້ໄຂປະກົດການຫຍໍ້ ທໍ້ ແລະ ບັນຫາສຳຄັນອື່ນໆ.