ວສປ ປາຖະກະຖາວັນຊາດ 2 ທັນວາ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ

0
1310

ໃນວັນທີ 30 ພະຈິກ 2020, ວິທະຍາຄານສັນຕິບານປະຊາຊົນ (ວສປ) ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ (2 ທັນວາ 1975 -2 ທັນວາ 2020) ແລະ ວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 100 ປີ (13 ທັນວາ 1920-13 ທັນວາ 2020), ໂດຍປາຖະກະຖາຂອງ ພົຈວ ປອ ວັນສົມ ສີສົມບັດ ອຳນວຍການ ວສປ, ມີບັນດາຄະນະພັກຄະນະບັນ ຊາ,ພ້ອມດ້ວຍພະນັກງານ, ຄູອາຈານແລະນັກສຶກສາເຂົ້າຮ່ວມ.

ພົຈວ ວັນສົມ ສີສົມບັດ ໄດ້ຍົກໃຫ້ເຫັນຂະບວນການຕໍ່ສູ້ຢ່າງພິລະອາດຫານ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະ ຊາຊົນປະຕິວັດລາວ ຕ້ານການຮຸກຮານ ແລະ ການຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ, ສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ພ້ອມ ກັນນີ້,ກໍໄດ້ຍົກໃຫ້ເຫັນຊີວິດແລະການເຄື່ອນໄຫວປະຕິວັດ,ຜົນງານ ແລະ ຄຸນງາມຄວາມດີຂອງປະທານໄກສອນ ພົມວິຫານ; ເຊິ່ງທ່ານແມ່ນລູກຮັກຫຼານແພງຂອງປະ ຊາຊົນລາວບັນດາເຜົ່າ,ແມ່ນຜູ້ຮັກຊາດ,ນັກປະຕິວັດທີ່ຍິ່ງໃຫຍ່ຂອງຊາດ,ເປັນວິລະບູລຸດ,ຜູ້ນໍາຂອງພັກ-ລັດທີ່ປີຊາສາມາດ ແລະ ສະຫຼາດສ່ອງໃສ, ເປັນນັກທິດສະດີ ແລະ ພຶດຕິກໍາ, ນັກປຸກລະດົມຂົນຂວາຍແລະເປັນນັກໂຄສະນາປາຖະກະຖາທີ່ດີເລີດ, ເປັນນັກຍຸດທະສາດ, ນັກອອກແບບຍຸດໂທບາຍ ແລະ ວິທີປະຕິວັດທີ່ສະຫຼາດຄ່ອງແຄ້ວ, ເປັນສັນຍາລັກ ແລະ ເປັນແກ່ນສານຂອງຄວາມ ສາມັກ ຄີພາຍໃນພັກ ແລະໃນຊາດ, ເປັນຜູ້ນໍາທີ່ມີຄຸນສົມບັດສິນທໍາປະຕິວັດສູງສົ່ງ,ມີທັດສະນະມະຫາຊົນກວ້າງຂວາງ, ເປັນຜູ້ນໍາທີ່ດຸໝັ່ນ, ດໍາລົງຊີ ວິດແບບລຽບງ່າຍ,ປະຢັດບໍລິສຸດປອດໃສ ແລະ ປະທານໄກສອນ ພົມວິຫານ ແມ່ນນັກເຄື່ອນໄຫວສາກົນຜູ້ດີເດັ່ນ.

ໃນໂອກາດນີ້,ທ່ານຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ ຍັງໄດ້ເນັ້ນຕື່ມວ່າ:ສະມາ ຊິກພັກ,ພະນັກງານ ແລະ ນັກສຶກສາ ຈົ່ງຮໍ່າຮຽນເອົາແບບຢ່າງຄຸນສົມບັດ,ທາດແທ້ປະຕິວັດ,ຄວາມຈົງຮັກພັກດີ,ຄວາມເດັດດ່ຽວໜຽວແໜ້ນຂອງປະທານໄກສອນ ພົມວິຫານ; ເດັດດຽວຍືດໝັ້ນໃນເສັ້ນທາງ ແລະ ຈຸດໝາຍຂອງການປະຕິວັດ ຄື: ຈຸດໝາຍສັງຄົມນິຍົມ, ປະຕິບັດສອງໜ້າາທີ່ຍຸດທະສາດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ,ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມຍຸຕິທໍາແລະສີວິໄລ.

ພາບ-ຂ່າວ: ສີລິພອນ ໄຊຍະວົງ