ໃນວັນທີ 26 ພະຈິກ 2020, ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ປາຖະກະຖາມູນເຊື້ອວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ (2 ທັນວາ 1975-2 ທັນວາ 2020); ປາຖະກະຖາໂດຍ ທ່ານ ມະຫາໄຊ ເກດບຸນພັນ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ແຂວງອຸດົມໄຊ; ມີ ພັທ ບຸນ ເພັງ ສັນທະລາພອນ ຫົວໜ້າຄ້າຍຄຸມ ຂັງ-ດັດສ້າງ ປກສ ແຂວງ, ຕະຫຼອດ ຮອດນັກໂທດ-ຜູ້ຖືກດັດສ້າງ ເຂົ້າຮ່ວມ.

ທ່ານ ມະຫາໄຊ ເກດບຸນພັນ ກ່າວວ່າ: ການລົງເຄື່ອນໄຫວປາຖະກະຖາວັນດັ່ງກ່າວ ກໍເພື່ອເຮັດໃຫ້ນັກໂທດ-ຜູ້ຖືກຫາທີ່ຢູ່ໃນຄ້າຍຄຸມຂັງ-ດັດສ້າງ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບຄວາມເປັນມາຂອງການປະຕິວັດໃນໄລຍະຜ່ານມາ, ການຕໍ່ສູ້ກູ້ຊາດ, ການຊີ້ນຳ-ນຳພາ, ເສຍສະລະເລືອດເນື້ອ ເພື່ອປະເທດຊາດຂອງຜູ້ນຳລາວ, ຂອງອ້າຍນ້ອງທະຫານ ແລະ ປະຊາຊົນລາວບັນດາເຜົ່າ.

ຈົນເຮັດໃຫ້ປະເທດເຮົາໄດ້ຮັບການສະຖາປະນາເປັນປະເທດ ສປປ ລາວ ໃນວັນທີ 2 ທັນວາ ໃນປີ 1975, ເຮັດໃຫ້ເຂົາເຈົ້າຮັບຮູ້, ເຂົ້າໃຈ ແລະ ເຫັນໄດ້ເຖິງແນວທາງການປ່ຽນແປງໃໝ່ຂອງພັກ-ລັດ, ການຊີ້ນຳ -ນໍາພາ, ແນວທາງນະໂຍບາຍ, ການຂະຫຍາຍຕົວທາງດ້ານເສດຖະກິດ, ວັດທະ ນະທຳ ແລະ ສັງຄົມໃນປັດຈຸບັນເວົ້າ ລວມ, ເວົ້າສະເພາະກໍແມ່ນຢູ່ພາຍໃນ ແຂວງອຸດົມໄຊ; ໂດຍລວມແລ້ວແມ່ນ ແນໃສ່ເຮັດໃຫ້ນັກໂທດທີ່ຖືກຄຸ້ມຂັງ-ດັດສ້າງມີແນວຄິດຫັນປ່ຽນ, ມີນຳ້ໃຈ ຮັກຊາດ, ຮັກບ້ານເກີດເມືອງນອນ, ກັບ ຕົວປະພຶດຕົນເປັນຄົນດີຫຼັງຈາກພົ້ນໂທດ ອອກມາສູ່ສັງຄົມປະກອບສ່ວນເຂົ້າໃນ ວຽກງານສ້າງສາ ແລະ ພັດທະນາປະ ເທດຊາດໃຫ້ຈະເລີ່ນກ້າວໜ້າ.

ທ່ານຍັງໄດ້ເຜີຍແຜ່ບາງຂໍ້ຄິດໃຫ້ ແກ່ນັກໂທດ-ຜູ້ຖືກຫາເຫັນໄດ້ຄຸນຄ່າຊີວິດ, ຮູ້ໃຊ້ເວລາ ແລະ ໂອກາດໃຫ້ເກີດ ປະໂຫຍດແກ່ຕົນເອງ, ຄອບຄົວ ແລະ ປະເທດຊາດ.

ໂອກາດດັ່ງກ່າວ, ທ່ານຮອງຫົວໜ້າພະແນກ ຖວທ ແລະ ທ່ານ ຄຳເພັດ ລາວເມົາ ປະທານບໍລິສັດຂົນສົ່ງສິນຄ້າ ປະຈຳພາກເໜືອຍັງໄດ້ນຳເອົາວິທະຍຸ, ວາລະສານ, ເຄື່ອງກິລາ ຈຳນວນ 20 ຊຸດ ແລະ ອຸປະກອນກິລາ (ບານເຕະ, ບາ ສົ່ງ, ກະຕໍ້ ແລະ ຕາໜ່າງຈຳນວນໜຶ່ງ ) ລວມມູນຄ່າ 1.500.000 ກີບ ມອບໃຫ້ຄ້າຍຄຸ້ມຂັງ-ດັດສ້າງ ເພື່ອນຳໃຊ້ເຂົ້າໃນວຽກງານການເຄື່ອນໄຫວວຽກງານກິລາພາຍໃນຄ້າຍຄຸມຂັງ-ດັດສ້າງ ຕາງ ໜ້າຮັບໂດຍ ພັທ ບຸນເພັງ ສັນທະລາ ພອນ ຫົວຫນ້າຄ້າຍຄຸມຂັງ-ດັດສ້າງ.