ເຈົ້າໜ້າທີີ່ດ່ານສາກົນແດນສະຫວັນ ຢືນຢັນວ່າ: ມີພຽງ 3 ຄົນເທົ່ານັ້ນ ທີ່ເສຍຊີວິດຈາກລົດຂົນຫີນກາວ ລັກລອບຊຸກເຊື່ອງໜາກກະໂພກລະເບີດຂຶ້ນ ໃນຂະນະກວດກາຫາສິ່ງທີ່ຜິດກົດໝາຍ, ເຮັດໃຫ້ກໍາມະກອນ 2 ຄົນ ຜູ້ເຮັດໜ້າທີ່ຊ່ວຍພາສີ ແລະ ອີກ 1 ຄົນ ເປັນເພດຍິງສັນຊາດຫວຽດນາມ.

ທ່ານ ກອງມະນີ ຊົມມີໄຊ ຫົວໜ້າດ່ານສາກົນແດນສະຫວັນ ໃຫ້ຮູ້ວ່າ:

ແຮງລະເບີດນອກຈາກເຮັດໃຫ້ອາຄານສາງ, ຫ້ອງການບ່ອນເຮັດວຽກ ແລະ ລົດຍົນຈໍານວນໜຶ່ງຖືກໄຟໄໝ້ ຍັງເຮັດໃຫ້ ທ້າວ ອາລັອກ ອາຍຸ 25 ປີ, ທ້າວ ອາວອນ ອາຍຸ 27 ປີ ທັງສອງກໍາມະກອນ ຜູ້ຊ່ວຍພາສີຢູ່ບ້ານແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ ທີ່ຂຶ້ນໄປກວດກາຢູ່ເທິງລົດ ແລະ ຜູ້ທີ່ສາມ ເປັນເພດຍິງສັນຊາດຫວຽດນາມ ຄາດວ່າເປັນເຈົ້າຂອງເຄື່ອງ ເສຍຊີວິດຄາທີ່ທັງໝົດ.

ນອກນີ້, ຍັງມີຜູ້ຖືກບາດເຈັບທັງໝົດ 8 ຄົນ ຍິງ 1 ຄົນ. ໃນນັ້ນ, ມີຄົນລາວ 3 ຄົນ ແລະ ຄົນຫວຽດນາມ 5 ຄົນ ໄດ້ນໍາສົ່ງໂຮງໝໍເມືອງເຊໂປນ 4 ຄົນ, ມີຄົນຫວຽດນາມ 1 ຄົນ ແລະ ສົ່ງໂຮງໝໍຫວຽດນາມ 4 ຄົນ; ສໍາລັບຊື່ຜູ້ທີ່ຖືກບາດເຈັບຍັງບໍ່ທັນຮູ້ລາຍລະອຽດ. ສ່ວນການຊ່ວຍເຫຼືອຜູ້ທີ່ເສຍຊີວິດໃນເບື້ອງຕົ້ນ, ອໍານາດການປົກຄອງເມືອງເຊໂປນ, ອໍານາດການປົກຄອງບ້ານ ແລະ ດ່ານສາກົນແດນສະຫວັນ ໄດ້ສົມທົບກັບຄອບຄົວຜູ້ທີ່ເສຍຊີວິດໃນການມ້ຽນຄາບສົບຕາມຮີດຄອງປະເພນີ.

ສໍາລັບຜົນເສຍຫາຍທາງດ້ານຊັບສິນໃນເບື້ອງຕົ້ນ, ມີສາງກາງແຈ້ງຂອງພາສີ ຈໍານວນ 2 ຫຼັງ, ສາງສໍາລັບກວດກາລົດເອັກສະເລ 1 ຫຼັງ, ຫ້ອງການບ່ອນເຮັດວຽກກວດກາຂອງເຈົ້າໜ້າທີ່ພາສີ 1 ຫຼັງ, ພາຫະນະຂົນສົ່ງສິນຄ້າ 4 ຄັນ, ລົດກະບະຂອງລັດ 1 ຄັນ ແລະ ລົດກະບະສ່ວນ ບຸກຄົນ 1 ຄັນ, ແລະ ລົດຈັກຈໍານວນໜຶ່ງ.

ເຫດການດັ່ງກ່າວ, ເກີດຂຶ້ນໃນ ເວລາ 8:20 ໂມງຂອງວັນທີ 3 ທັນວາ 2020, ຂະນະທີ່່ກໍາມະກອນ ຈໍານວນ 8 ຄົນ ຜູ້ຊ່ວຍເຈົ້າໜ້າທີ່ພາສີ ໄດ້ຂຶ້ນ ໄປກວດກາລົດບັນທຸກຫີນກາວ ເພື່ອ ຊອກຫາສິ່ງທີ່ຜິດກົດໝາຍທີ່ອາດຈະ ລັກລອບຊຸກເຊື່ອງມານໍາລົດຄັນດັ່ງກ່າວ ໂດຍພາຍໃຕ້ການຊີ້ນໍາທາງດ້ານວິຊາສະເພາະຂອງເຈົ້າໜ້າທີ່ພາສີ, ໃນການກວດຄົ້ນຫີນກາວຢູ່ເທິງລົດໄດ້ໃຊ້ອຸປະກອນປະເພດ ( ເຫຼັກຍາວປະມານ 2,5 ແມັດ ) ໃຊ້ເຫຼັກງັດ ແລະ ແທງລົງພື້ນຫີນກາວ ໃນຂະນະທີ່ທໍາການງັດ ແລະ ແທງເຮັດ ໃຫ້ມີສຽງແຕກ ແລະ ດັງຂຶ້ນຄ້າຍຄືລະ ເບີດ ( ບັ້ງກະໂພກ ) ຫີນກາວໄດ້ຟົ້ງອອກຈາກລົດຄັນດັ່ງກ່າວ ແລະ ເກີດມີແປວໄຟລຸກໄໝ້ຕາມມາ.

ຜ່ານການກວດກາໃນເບື້ອງຕົ້ນ, ມີການລັກລອບຊຸກເຊື່ອງໝາກກະໂພກຈໍານວນຫຼາຍ ໂດຍເອົາຫີນກາວຢອງເທິງ; ຕໍ່ກັບເຫດການເກີດຂຶ້ນດ່ານສາກົນແດນສະຫວັນ ໄດ້ສົມທົບກັບ ປກສ ແຂວງ, ປກສ ເມືອງເຊໂປນ ແລະ ພາກສ່ວນກ່ຽວຂ້ອງເກັບກໍາຂໍ້ມູນຫາລາຍລະອຽດ.