ກອງບັນຊາການປ້ອງກັນສູນກາງ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ

0
1741

ວັນທີ 4 ທັນວາ 2020, ກອງບັນຊາການປ້ອງກັນສູນກາງ (ປກ) ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະພົນຕໍາຫຼວດຜູ້ທີ່ມີຜົນງານດີເດັ່ນ,ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ເປັນປະທານ ແລະ ປະດັບຊັ້ນໂດຍ ພົຈວ ສົມພົງ ຂໍາວິລຸນ ຫົວໜ້າກອງບັນຊາການ ປກ,ມີຄະນະພັກ-ຄະນະບັນຊາ,ພ້ອມດ້ວຍຫ້ອງ,ພະແນກ,ກອງຮ້ອຍ ແລະ ພະນັກງານນັກຮົບເຂົ້າຮ່ວມ.

ພັທ ສູນເພັງ ສິນທະວອນ ຫົວໜ້າຫ້ອງການເມືອງ ກອງບັນຊາການປກ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການເລື່ອນຊັ້ນໃຫ້ ນາຍຕໍາຫຼວດ ກອງບັນຊາການ ປກ.ໃນນີ້, ເລື່ອນຊັ້ນພັນຕີ ຂຶ້ນເປັນຊັ້ນພັນໂທ ຈໍານວນ 8 ສະຫາຍ,ຮ້ອຍເອກ ຂຶ້ນພັນຕີ 13 ສະຫາຍ, ຮ້ອຍໂທ ຂຶ້ນຮ້ອຍເອກ 10 ສະຫາຍ ແລະ ສິບໂທ ຂຶ້ນເປັນຊັ້ນສິບເອກ ຈໍານວນ 97 ສະຫາຍ.

ໃນໂອກາດນີ້, ພົຈວ ສົມພົງ ຂໍາວິລຸນ ໄດ້ໂອ້ລົມຕໍ່ນາຍຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້,ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ກັບນາຍຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນໃໝ່ ແລະ ເນັ້ນໃຫ້ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້,ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ,ຕໍ່ກໍາລັງປ້ອງກັນຄວາມສະຫງົບ ແລະ ເພື່ອນມິດສະຫາຍ,ມີຄວາມສາມັກຄີພາຍໃນກໍາລັງ, ສືບຕໍ່ເຮັດວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍໃຫ້ສໍາເລັດ ແລະ ສືບຕໍ່ພັດທະນາຕົນເອງໃນທຸກໆດ້ານ ເພື່ອສ້າງໃຫ້ໄດ້ພະນັກງານສືບທອດປ່ຽນແທນທີ່ດີ.

ພາບ-ຂ່າວ: ພູເງິນ ພຸດທະວົງ