ໂຮງຮຽນ ປກສ ຊັ້ນຕົ້ນ ບ້ານໄຮ່ປາກງື່ມ ແລະ ໂຮງຮຽນທິດສະດີການເມືອງ ປາຖະກະຖາມູນເຊື້ອ 2 ວັນສໍາຄັນຂອງຊາດ

0
1190

ວັນທີ 4 ທັນວາ 2020, ໂຮງຮຽນ ປກສ ຊັ້ນຕົ້ນບ້ານໄຮ່ປາກງື່ມ ກົມໃຫຍ່ຕໍາຫຼວດ, ໂຮງຮຽນທິດສະດີການເມືອງປກສ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ປາຖະກະຖາມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 45 ປີ ( 2 ທັນວາ 1975 – 2 ທັນວາ 2020) ແລະ ວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ100 ປີ (13 ທັນວາ 1920-13 ທັນວາ 2020), ປາຖະກະຖາໂດຍ ພົຈວ ຄໍາກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕໍາຫຼວດ, ພັທ ປອ ສຸກນິລັນດອນ ກຸນລະວົງ ຮອງຫົວໜ້າອໍານວຍການໂຮງຮຽນທິດສະດີການເມືອງປກສ, ມີ ຮອງອໍານວຍການ,ຄະນະອໍານວຍການ,ຄູອາຈານ ແລະ ນັກສຶກສານັກຮຽນເຂົ້າຮ່ວມ.

ການປາຖະກະຖາຄັ້ງນີ້,ເປັນການໂຄສະນາ ແລະ ສຶກສາອົບຮົມໃຫ້ຄະນະພັກ-ຄະນະອໍານວຍການ, ພະນັກງານນັກຮົບ, ນັກສຶກສາມີຄວາມເຂົ້າໃຈຕໍ່ມູນເຊື້ອປະຫວັດສາດ, ຜົນງານອັນໂດນເດັ່ນໃນການຕໍ່ສູ້ອັນພິລະອັນຫານຈົນໄດ້ຮັບໄຊຊະນະ, ຜົນງານການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ມູນເຊື້ອຜົນງານຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານໄກສອນ ພົມວິຫານ ຜູ້ນຳອັນແສນເຄົາລົບຮັກ.

ເຊິ່ງມູນເຊື້ອວັນຊາດທີ 2 ທັນວາ ອັນອົງອາດກ້າຫານຂອງບັນພະບູລຸດດັ່ງກ່າວນັ້ນ,ປະຊາຊົນບັນດາເຜົ່າພາຍໃຕ້ການນຳພາຂອງພັກປະຊາ ຊົນປະຕິບັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານ, ຕ້ານການຮຸກຮານແລະການຄອບຄອງຂອງຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ສາມາດປົດປ່ອຍປະເທດຊາດຢ່າງມີໄຊ, ສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975 ລັດປະຊາທິປະໄຕ ປະຊາຊົນ ແມ່ນລັດທີ່ເກີດຈາກການຕໍ່ສູ້ ແລະເສຍສະຫຼະອັນໃຫຍ່ຫຼວງຂອງປະຊົນຊົນລາວບັນ ດາເຜົ່າ ແມ່ນລັດແຫ່ງອຳນາດຂອງປະຊາຊົນ ເພື່ອປະຊາຊົນ ແລະ ໄດ້ເປັນເຈົ້າຂອງປະເທດຢ່າງແທ້ຈິງ.

ໃນພິທີ, ຍັງໄດ້ປາຖະກະຖາມູນເຊື້ອວັນເກີດ ປະທານໄກສອນ ພົມວິຫານ, ເຊິ່ງທ່ານໄດ້ເຂົ້າຮ່ວມການປະຕິ ວັດຕັ້ງແຕ່ເຍົາໄວ, ໄດ້ຜ່ານຂະ ບວນ ການຝຶກຝົນທົດສອບໃນຂະບວນການຕົວຈິງ ແລະ ໄດ້ຮັບຜິດຊອບວຽກງານສຳຄັນແຕ່ນ້ອຍຫາໃຫຍ່ ກ້າວຂຶ້ນເປັນຜູ້ນຳສູງສຸດຂອງພັກແລະລັດ,ເພິ່ນເປັນນັກປະຕິວັດຜູ້ຍິ່ງໃຫຍ່ຂອງຊາດ,ເປັນວິລະບູລຸດ,ເປັນຜູ້ນຳທີ່ສະຫຼາດສ່ອງໃສ, ເພິ່ນເປັນທັງນັກທິດສະດີ, ເປັນນັກປຸກລະດົມຂົນຂວາຍ  ແລະ ນັກປະຕິບັດທີ່ສະຫຼາດຄ່ອງແຄ້ວ;ເຊິ່ງພວກເຮົາຄົນຮຸ່ນຫຼັງຕ້ອງໄດ້ຮໍ່າຮຽນເອົາແບບຢ່າງຄຸນສົມບັດ,ທາດ ແທ້ປະຕິ ວັດ,ຄວາມຈົງຮັກພັກດີ ແລະ ຄວາມເດັດດ່ຽວໜຽວແໜ້ນຂອງປະທານໄກສອນ ພົມວິຫານ ເຂົ້າໃນການພັດທະນາຕົນເອງ ແລະ ວຽກງານຢ່າງປະດິດສ້າງ.

ພາບ-ຂ່າວ: ພູເງິນ ພຸດທະວົງ