ເຜີຍແຜ່ວຽກງານສະກັດກັ້ນອັກຄີໄພ ໃຫ້ໂຮງງານດິບວູ່ ແລະ ຕະຫຼາດສີໄຄ

0
728

ວັນທີ 5 ທັນວາ ຜ່ານມາ, ກອງໂຄສະນາ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນະຄອນຫຼວງວຽງຈັນ ລົງເຜີຍແຜ່ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ໂຮງງານດິບວູ່ (ທ່າມ່ວງ) ເມືອງຫາດຊາຍຟອງ ແລະ ຕະຫຼາດສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງ ຈັນ,ໂດຍມີພະນັກງານທັງສອງພາກສ່ວນເຂົ້າຮ່ວມ.

ພັຕ ບຸນມີ ແສງອາລຸນ ຮອງຫົວໜ້າກອງໂຄສະນາ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນະຄອນ ຫຼວງວຽງຈັນ ກ່າວວ່າ: ຈຸດປະສົງການລົງໂຄສະນາເຜີຍແຜ່ວຽກງານການສະກັດກັ້ນ ແລະ ຕ້ານອັກຄີໄພໃນຄັ້ງນີ້ ກໍເພື່ອເຮັດໃຫ້ບັນດາພະນັກງານທຸກສະຫາຍໄດ້ມີຄວາມເຂົ້າໃຈ ແລະ ນຳເອົາຄວາມຮູ້ພື້ນຖານວິທີການປ້ອງກັນອັກຄີໄພເຂົ້າໃນຊີວິດປະຈຳວັນ ແລະ ປະຕິບັດຢ່າງຖືກຕ້ອງເມື່ອເວລາເກີດເຫດໄຟໃໝ້ ແລະ ທັງເປັນການປົກປັກຮັກສາຊັບສິນຂອງລັດ-ບຸກຄົນ,ນິຕິບຸກຄົນ ກໍຄື ຊັບສິນ, ຊິວິດສຸຂະພາບຂອງປະຊາຊົນບັນດາເຜົ່າ, ທັງເປັນການປ້ອງກັນ,ສະກັດກັ້ນການເກີດອັກຄີໄພບໍ່ໃຫ້ເກີດຂຶ້ນ ແນໃສ່ຮັກສາຄວາມສະຫງົບແລະຄວາມເປັນລະບຽບຮຽບໃນສັງຄົມ.

ການເຜີຍແຜ່ເອກກະສານໃນຄັ້ງນີ້,ບັນດາຜູ້ເຂົ້າຮ່ວມ ຈະໄດ້ຮັບຮູ້ເຂົ້າໃຈ,ເຖິງສາເຫດ ແລະ ຜົນເສຍຫາຍຈາກການ ເກີດອັກຄີໄພ ທີ່ສ້າງຄວາມເສຍຫາຍທາງດ້ານຊັບສິນ, ຊີວິດ ແລະ ສຸຂະພາບຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ພ້ອມທັງອະທິບາຍຄວາມຮູ້ພື້ນຖານຂອງການສະກັດກັ້ນ ແລະ ຕ້ານອັກຄີໄພ, ວິທີປະຕິບັດ ແລະ ການເອົາຕົວລອດຈາກເຫດການໄຟໄໝ້ ເຊັ່ນ:ເວລາເກີດເຫດໄຟໄໝ້ໃຫ້ກົດປຸ່ມສັນຍານເຕືອນໄພ ຫຼື ຮ້ອງຂຶ້ນ ເພື່ອໃຫ້ທຸກຄົນໄດ້ຮັບຮູ້ວ່າ ເກີດອັກຄີໄພ ແລ້ວໂທແຈ້ງເຈົ້າໜ້າທີ່ດັບເພີງຢ່າງຮີບດ່ວນ.ໂດຍບອກສະຖານທີ່ເກີດເຫດ,ບ້ານ,ເມືອງ ໃຫ້ລະອຽດ.

ຈາກນັ້ນ,ໃຫ້ງັບກົງເຕີໄຟ ເພື່ອຕັດກະແສໄຟຟ້າລົງ ແລະ ໂທຫາເຈົ້າໜ້າທີ່ໄຟຟ້າ ທີ່ຢູ່ໃກ້ມາກວດກາ ເພື່ອສະກັດກັ້ນບໍ່ໃຫ້ເກີດໄຟຟ້າຊັອດ ທີ່ອາດຈະເປັນອັນຕະລາຍ ຕໍ່ເຈົ້າໜ້າທີ່ກູ້ໄພ ຫຼື ຜູ້ປະສົບໄພ, ໃຊ້ອຸປະກອນບັ້ງມອດໄຟ ສີດໃສ່ຈຸດເກີດໄຟໄໝ້ ໄລຍະປະມານ 3-5 ແມັດ, ສໍາລັບການກອບກູ້ຊີວິດ ແລະຊັບສິນ ເຮົາຄວນຮີບຮ້ອນນໍາເອົາຊັບສິ່ງຂອງທີ່ມີຄ່າ ແລະ ຜູ້ເຄາະຮ້າຍ ອອກຈາກສະຖານທີ່ເກີດໄຟໄໝ້ໂດຍໄວ, ແຕ່ງຕັ້ງຄົນຮັບຜິດຊອບເວນຍາມປ້ອງກັນເຄື່ອງຂອງຕ່າງໆ ເພື່ອຫຼີກລ່ຽງກຸ່ມຄົນບໍ່ດີ ທີ່ສວຍໂອກາດມາລັກເອົາຊັບສິນໄປໄດ້.

ນອກຈາກນີ້,ກໍໄດ້ສາຍວິດີໂອ ແລະ ເຫດການໄຟໃໝ້ໃຫ້ບັນດາທ່ານຜູ້ເຂົ້າຮ່ວມໄດ້ຮັບຊົມ ແລະ ໄດ້ແນະນຳວິທີໃຊ້ອຸປະກອນມອດໄຟໃນເບື້ອງຕົ້ນ ເຊັ່ນ:ການນໍາໃຊ້ບັ້ງມອດໄຟ,ຜົງເຄມີແຫ້ງ,ການນຳໃຊ້ນ້ຳມອດໄຟ,ເຄມີໂຟມ, ທາດ ອາຍບໍ່ຕິດໄຟ ແລະອື່ນໆ,ພ້ອມທັງອະທິບາຍເຖິງການກວດກາບັ້ງມອດໄຟ, ລະບົບສຽງສັນຍານເຕືອນໄພ ແລະ ລະ ບົບ ນ້ຳປະປາທີ່ຕິດຕັ້ງຕາມຈຸດຕ່າງໆໃຫ້ຢູ່ໃນສະພາບພ້ອມໃຊ້ງານຢູ່ສະເໝີ.

ພາຍຫຼັງຮຽນຮູ້ບັນດາເອກະສານແລ້ວ, ກໍໄດ້ມີການສາທິດການນຳໃຊ້ອຸປະກອນການມອດໄຟຂັ້ນເບື້ອງຕົ້ນ ໄດ້ລົງມືປະຕິບັດຕົວຈິງໃນການນຳໃຊ້ບັ້ງມອດໄຟ,ການມອດໄຟຈາກຖັງແກັສ ເພື່ອເປັນຄວາມຮູ້ພື້ນຖານໃນການສະກັດກັ້ນ ແລະ ຕ້ານອັກຄີໄພທີ່ອາດຈະເກີດຂຶ້ນ.

ພາບ-ຂ່າວ: ສົມສະໄຫວ ສີລາວົງ